ງານສະເຫລີມສະຫລອງບຸນຫົດນ້ຳປີໃໝ່ຊົນເຜົ່າລື້ທີ່ສວນບ້ານຊົນເຜົ່າຢຸນນານໄດ້ຈັດຂຶ້ນແລ້ວ

2019-04-11 17:03:41 |ມາຈາກ: 云桥网

ວັນທີ 10 ເມສາ, “ງານບຸນຫົດນ້ຳປີໃຫມ່ຊົນເຜົ່າລື້ປະຈຳປີ 2019” ທີ່ຈັດໂດຍສວນບ້ານຊົນເຜົ່າຢຸນນານຈັດໄດ້ເປີດຂຶ້ນແລ້ວ.

ບຸນຫົດນ້ຳແມ່ນບຸນໃຫຍ່ບຸນຫນຶ່ງໃນບຸນຂອງຊົນເຜົ່ານ້ອຍແຂວງຢຸນນານ.ນອກຈາກຊົນເຜົ່າລື້ແລ້ວ,ຍັງມີຊົນເຜົ່າປູລັງ,ຊົນເຜົ່າເຕີອັງແລະຊົນເຜົ່າອື່ນໆທີ່ສະເຫລີມສະຫລອງບຸນຫົດນ້ຳ.

ໃນສະຖານທີ່ຈັດກິດຈະກຳ,ຊາວຫນຸ່ມຍິງຂອງຊົນເຜົ່າລື້ຈະຫົດນ້ຳເພື່ອຕ້ອນຮັບແຂກຄົນ,ນັກທ່ອງທ່ຽວທີ່ມາຈາກທົ່ວສາລະທິດໄດ້ມາເປີດງານສະເຫລີມສະຫລອງບຸນຫົດນ້ຳໜຶ່ງມື້.

ອີງຕາມຂໍ້ມູນ,ກິດຈະກຳບຸນຫົດນ້ຳຈະຈັດສືບຕໍ່ຮອດວັນທີ 14 ເມສາ.

ໃນລະຫວ່າງບຸນຫົດນ້ຳ,ງານສະແດງເພງແລະເຕັ້ນຊົນເຜົ່າທີ່ວິຈິດງົດງາມຈະດຳເນີນການສະແດງຕິດຕໍ່ກັນ.ນັກທ່ອງທ່ຽວຍັງສາມາດຊິມລົດຊາດອາຫານວ່າງທີ່ມີເອກະລັກພິເສດຂອງຊົນເຜົ່ານ້ອຍ,

ເຮັດໃຫ້ນັກທ່ອງທ່ຽວໄດ້ຮູ້ສຶກເຖິງບັນຍາກາດຂອງຊົນເຜົ່າ,ສຳຜັດກັບວັດທະນະທຳຊົນເຜົ່າທີ່ມີສີສັນອຸດົມສົມບູນ.