ຍ່າງເຂົ້າເຂດອະນຸລັກທຳມະຊາດພູເຂົາອ່າຍເລົາແລະພູເຂົາອູລ້ຽງເມືອງຈິງດົງ

2019-04-12 17:36:30 |ມາຈາກ: 云南网

ວັນທີ 10 ເມສາ,ນັກຂ່າວມາຮອດສຳນັກງານປົກຄອງຈິງດົງເຂດອະນຸລັກທຳມະຊາດແຫ່ງຊາດພູເຂົາອ່າຍເລົາ.ອັດຕາການປົກຫຸ້ມຂອງປ່າໄມ້ຈິງດົງບັນລຸ 70,73%, ພູເຂົາອ່າຍເລົາແລະພູເຂົາອູລ້ຽງເປັນເຂດອະນຸລັກທຳມະຊາດແຫ່ງຊາດສອງແຫ່ງທີ່ຍັງຮັກສານິເວດດັ້ງເດີມໄວ້ຢ່າງສົມບູນມາຮອດປັດຈຸບັນ.

ອີງຕາມຂໍ້ມູນ,ໃນເຂດອະນຸລັກພູສອງຫນ່ວຍຂອງຈິງດົງມີສັດສະຫງວນຂອງຊາດ 63 ຊະນິດ,ພືດ 13 ປະເພດ,ໂດຍສະເພາະແມ່ນລີງແຂນຍາວຫົວດຳ (Nomascus nasutus),ເຊິ່ງໃນທົ່ວໂລກມີສັດປະເພດນີ້ພຽງແຕ່1000ກວ່າໂຕ,ໃນພູເຂົາອ່າຍເລົາແລະພູເຂົາອູລ້ຽງມີ550ກວ່າໂຕ,ເຂດນີ້ເປັນເຂດທີ່ມີລີງແຂນຍາວຫົວດຳຫຼາຍທີ່ສຸດໃນໂລກ,ດ້ວຍເຫດນັ້ນເມືອງຈິງດົງຈຶ່ງຖືກເອີ້ນວ່າ“ເມືອງລີງແຂນຍາວຫົວດຳຂອງຈີນ”.

ໃນຈິງດົງມີວັດທະນະທຳທີ່ອຸດົມສົມບູນແລະເລິກເຊິ່ງ,ໃນຍຸກສະໄໝຫີນໃໝ່, ກໍມີມະນຸດໃຊ້ຊີວິດຢູ່ນີ້ແລ້ວ,ຫຼັງຈາກລາຊະວົງຖາງ,ເມືອງນີ້ເປັນເມືອງສຳຄັນຂອງການຄ້າພາກໃຕ້,ຊາເປັນສິນຄ້າແລກປ່ຽນທີ່ໃຫຍ່ທີ່ສຸດ.ບໍ່ພຽງແຕ່ເທົ່ານັ້ນ,ຈິງດົງຍັງມີການເກັບຮັກສາວັດຖຸບູຮານຫຼາຍກວ່າ 4,000 ອັນ,ຖ່າຍທອດກິດຈະກຳວັດທະນະທຳພື້ນເມືອງຊົນເຜົ່າທີ່ມີສີສັນອຸດົມສົມບູນ.