ນັກສຶກສາປະລິນຍາເອກທີ່ເກີດໃນຍຸກປີ80ສ້າງຮັງນົກໃນພູອ່າຍເລົາ 500 ຮັງ

2019-04-17 17:45:31 |ມາຈາກ: 云南网

ທ່ານ ໂລຄັງ,ເປັນນັກສຶກສາປະລິນຍາເອກທີ່ຮຽນຢູ່ສະຖາບັນວິທະຍາສາດສັງຄົມປະເທດຈີນ,ລາວໄດ້ເຮັດວຽກການຄົ້ນຄວ້ານິເວດນົກວິທະຍາມາປະມານ 8 ປີແລ້ວ.

ຍ້ອນວ່າມີຄວາມຮັກມັກໃນໂຕນົກ,ທ່ານ ໂລຄັງຈຶ່ງຂຶ້ນພູໄປຊອກຫານົກ,ເບິ່ງນົກຕັ້ງແຕ່ຕອນທີ່ລາວເປັນເດັກນ້ອຍ,ລາວສະຫລະໂອກາດໃນການເຮັດວຽກຄົ້ນຄວ້າໃນເມືອງໄປເຮັດວຽກຢູ່ພູອ່າຍເລົາ.

ໃນໄລຍະການສຳຫຼວດແລະຄົ້ນຄວ້າ,ທ່ານ ໂລຄັງ ເຫັນວ່າ,ນົກຫຼາຍຊະນິດທີ່ອາໄສໃນພູອ່າຍເລົາບໍ່ສາມາດສ້າງຮັງໃນປ່າໄມ້ແປກທຽມ.ໂດຍຜ່ານຄວາມພະຍາຍາມໃນການຄົ້ນຄວ້າມາ2ປີ,ລາວໄດ້ສ້າງຮັງນົກ 500 ຮັງ,ເຮັດໃຫ້ນົກສາມາດອາໄສຢູ່ໃນປ່າໄມ້,ພ້ອນກັນນັ້ນ,ຍັງເປັນການຫຼຸດຜ່ອນພະຍາດໃນປ່າໄມ້ແລະສັດຕູພືດຢ່າງມີປະສິດທິຜົນ.