ໄລຍະນີ້, ດອກກຸຫຼາບທີ່ໃຊ້ສະເພາະເຮັດອາຫານທີ່ປູກຢູ່ໃນສວນກວມເນື້ອທີ່ປະມານ 27 ເຮັກຕາຂອງມະຫາວິທະຍາໄລຢູນນານທີ່ເມືອງເສິງກົ້ງໄດ້ເບັ່ງບານ, ຈົນກາຍເປັນພາບທີ່ງົດງາມ ແລະ ມີຊື່ສຽງທັງພາຍໃນແລະນອກມະຫາວິທະຍາໄລ ຈິ່ງໄດ້ດຶງດູດນັກສຶກສາແລະຄູອາຈານມາເລາະທ່ຽວຊົມແລະຖ່າຍຮູບເປັນຈຳນວນຫຼາຍ. ຂະນະດຽວກັນ, ຮ້ານອາຫານທາງມະຫາວິທະຍາໄລໄດ້ເອົາດອກກຸຫຼາບດັ່ງກ່າວເປັນວັດຖຸດິບໃນການພັດທະນາອາຫານແຊບຊ້ອຍຫຼາຍສິບເຍື່ອງ ອັນໄດ້ຮັບຄວາມນິຍົມຊົມຊອບຢ່າງສູງຈາກນັກສຶກສາແລະຄູອາຈານ.