ກິດ​ຈະ​ກຳ​ໄທ​ປີ 2019 ທີ່​ຄຸນ​ໝິງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ

2019-04-28 18:01:37 |ມາຈາກ: CRI

ກິດ​ຈະ​ກຳ​ໄທປີ 2019 ໄດ້​ໄຂຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານຈີນ​ໃນ​ວັນ​ທີ 27 ເມ​ສາ​ນີ້, ໂດຍມີຮ້ານ​ວາງ​ສະ​ແດງ​ທີ່ມີ​ເອ​ກະ​ລັກ​ພິ​ເສດ 71 ຮ້ານ​ຈາກວິ​ສາ​ຫະ​ກິດ 62 ແຫ່ງ​​ເຊິ່ງລ້ວນ​ແຕ່​ໄດ້​ສ້າງ​ຂຶ້ນ​ຕາມ​ຮູ​ບ​ຊົງ​ເຮືອນ​ ໄທ,ເຮັດ​ໃຫ້​ປະ​ຊາ​ຊົນ​ນະ​ຄອນ​ຄຸນ​ໝິງ​ທີ່​ໄປ​ຊົມ​ງານ​​ຄັ້ງ​ນີ້​ເໝືອນ​ດັ່ງ​ໄດ້​ໄປ​ທ່ຽວປະ​ເທດ​ໄທ.ຮ້ານ​ອາ​ຫານ​ຂອງ​ໄທ 4 ແຫ່ງກໍ​ຄື​ບໍ​ລິ​ສັດ​ເບຍ​ສິງ​ຂອງ​ໄທ​ແລະ​ບໍ​ລິ​ສັດເຄື່ອງດື່ມ​ຍີ່​ຫໍ້​​ອື່ນໆ​ຂອງ​ໄທ,ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຈາກ​ປະ​ຊາ​ຊົນ​ນະ​ຄອນ​ຄຸນ​ໝິງ.

ຂ່າວ​ແຈ້ງວ່າ:ກິດ​ຈະ​ກຳ​ໄທ​ແມ່ນ​ສະ​ຖານ​ກົງ​ສຸນ​ໃຫຍ່​ໄທ​ປະ​ຈຳ​ນະ​ຄອນ​ຄຸນ​ໝິງ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ,ນັບແຕ່​ປີ 2009 ເປັນ​ຕົ້ນ​ມາ​ໄດ້​ຈັດ​ຂຶ້ນ​ 11 ຄັ້ງ​ລຽນ​ຕິດ​ແລ້ວ,ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ໄທ​ກັບ​ແຂວງ​ຢຸນ​ນານ​ຂອງ​ຈີນ​ໃນ​ຂົງ​ເຂດ​ຕ່າງ​ໆ​ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ,ການ​ທ່ອ​ງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ,ຜ່ານ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ 10 ກວ່າ​ປີຢ່າງ​ບໍ່​ລົດ​ລະ,ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ “ວັນ​ບຸນ​ແຫ່ງ​ຄວາມ​ມ່ວນ​ຊື່ນ​ແບບ​ໄທ”ປະ​ຈຳ​ປີ​ຂອງ​ປະ​ຊາ​ຊົນ​ຢູ່​ນະ​ຄອນ​ຄຸນ​ໝິງ.