ງານບຸນດົນຕີປາລາເກີຈົ່ງຄັ້ງທີ 4 ເປີດຂຶ້ນແລ້ວ

2019-05-05 15:27:02 |ມາຈາກ: Yunnan Gateway

ພູຫິມະ, ຮ່ອມຜາ, ທົ່ງຫຍ້າ, ແລະ ດົນຕີ. ວັນທິ 1 ພຶດສະພາ, ງານບຸນດົນຕີປາລາເກີຈົ່ງຄັ້ງທີ 4 ຈັດຂຶ້ນໃນເຂດທ່ອງທ່ຽວປາລາເກີຈົ່ງເມືອງຊຽງເກີລີລາກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດຕີຊິ້ງ,ຫົວຂໍ້ຂອງງານບຸນດົນຕີແມ່ນ, “ຊຽງເກີລີລາຂອງໂລກ,ປາລາເກີຈົ່ງທີ່ມະຫັດສະຈັນ”, ໃນເວລາດຽວກັນ, ງານບຸນດົນຕີກໍເປັນຮູບແບບ“ວັດທະນະທຳ+ການທ່ອງທ່ຽວ”ອັນສຳຄັນຢ່າງໜຶ່ງຂອງການສໍາຫຼວດ ແລະ ການປະຕິບັດຂອງເຂດທ່ອງທ່ຽວຢ່າງຕັ້ງໜ້າ, ງານນີ້ເຮັດໃຫ້ນັກທ່ອງທ່ຽວຜູ້ມາທ່ຽວຊົມໄດ້ສຳຜັດກັບຄວາມຮູ້ສຶກອັນມີສະເຫນ່ຂອງດົນຕີໃນຮ່ອມຜາຂອງພູເຂົາຫິມະ.