ສະຖານທີ່ທຽບໃສ່ລະດັບຫນ້ານໍ້າທະເລສູງທີ່ສຸດໃນຢຸນນານ

2019-05-07 17:11:46 |ມາຈາກ: Yunnan Gateway

ສະຖານທີ່ທຽບໃສ່ລະດັບໜ້ານໍ້າທະເລສູງທີ່ສຸດໃນຢຸນນານແມ່ນຕັ້ງຢູ່ຍອດພູຂາວາເກີໂປພູຫິມະເມີຍລີ້,ມີຄວາມສູງແມ່ນ 6740 ແມັດ.

ຍອດພູຂາວາເກີໂປຕັ້ງຢູ່ເມືອງເດີຊິງກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດດີຊິງແຂວງຢຸນນານ, ຍອດພູມີຮູບຮ່າງເປັນທາດຈວຍລ່ຽມ,ເປັນເຂດໜຶ່ງຂອງຄວາມຫຼາກຫຼາຍຂອງຊີວະພາບຫຼາຍທີ່ສຸດໃນແຂວງຢຸນນານ. ມີສົມຍານາມວ່າ“ເທວະດາແຫ່ງພູຫິມະ”.

ເວລາທີ່ດີທີ່ສຸດຈະໄປທ່ຽວຫຼິ້ນຍອດພູຂາວາເກີໂປແມ່ນແຕ່ເດືອນ ຕຸລາ ຫາເດືອນພຶດສະພາຂອງປີຖັດໄປ.ໃນລະຫວ່າງນີ້, ວັນເວລາສ່ວນຫຼາຍດິນຟ້າອາກາດຈະແຈ້ງໃສດີ, ເວລາສ່ວນຫຼາຍກໍຈະສາມາດແນມເຫັນພູເທວະດາ.ແຕ່ເມື່ອພາຍຫຼັງເຂົ້າສູ່ລະດູຝົນໃນເດືອນມິຖຸນາແລະເດືອນກໍລະກົດ, ມັກຈະມີເຝື້ອແລະນ້ຳໝອກ, ຈະແນມເຫັນຍອດພູພູຫິມະຫຼືບໍ, ກໍແລ້ວແຕ່ໂຊກຂອງທ່ານແລ້ວ.

ຖ້າວ່າຢາກຖ່າຍຮູບວິວທັງໝົດຂອງຍອດພູຂາວະເກີໂປ, ຫໍຊົມວິວວັດເຕີຊິນເຟີຍລ່າຍແລະຫໍຮັບແຂກເຕີຊິນເປັນທາງເລືອກທີ່ດີຫຼາຍ.

ຮອດມື້ນີ້, ຍອດພູຂາວາເກີໂປຍັງບໍ່ມີຄົນປີນຂຶ້ນໄປເຖິງຈອມພູໄດ້ເທື່ອ. ແຕ່ປີ 2000 ເປັນຕົ້ນມາ, ພູແຫ່ງນີ້ແມ່ນບໍ່ອະນຸຍາດໃຫ້ປີນພູໄດ້.