ຊົນເຜົ່າຢີ

2019-05-10 15:38:42 |ມາຈາກ: Yunnan Gateway

ຊົນເຜົ່າຢີດຳລົງຊີວິດຮ່ວມກັນຢູ່ນະຄອນສູ້ສົງແຂວງຢຸນນານ, ນະຄອນຫົງເຫີແຂວງຢຸນນານ, ກິ່ງແຂວງລ່ຽງຊ່ານແຂວງເສສວນ, ແຂວງກຸ້ຍໂຈແລະເຂດອື່ນໆ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີລ່ຽງຊ່ານແມ່ນເຂດລວມຕົວກັນຂອງຊົນເຜົ່າຢີທີ່ໃຫຍ່ທີ່ສຸດໃນປະເທດຈີນ.

ຊົນເຜົ່າຢີມີພາສາ,ວັດທະນະທຳ,ຄວາມເຊື່ອຖືແລະອື່ນໆເປັນຂອງຕົນເອງ. ອາຫານຕົ້ນຕໍຂອງຊົນເຜົ່າຢີມີມັນຝະລັ່ງ, ເຂົ້າສາລີ, ເຂົ້າສານ. ເມື່ອໄປກິນເຂົ້າຢູ່ເຮືອນຂອງຊົນເຜົ່າຢີ, ນອກຈາກມີອາຫານອັນເປັນມູນເຊື້ອຂອງຊົນເຜົ່າຢີແລ້ວ, ຄົນຊົນເຜົ່າຢີຍັງມັກຕ້ອນຮັບແຂກດ້ວຍການດື່ມເຫລົ້າ, ກ່ອນການດື່ມເຫລົ້າ, ຊົນເຜົ່າຢີຍັງຮ້ອງເພງແລະກ່າວອວຍພອນ, ເຊິ່ງສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນຂອງຊົນເຜົ່າຢີ.

ນອກຈາກນັ້ນ, ປີຊົນເຜົ່າຢີແມ່ນງານບຸນພື້ນເມືອງທີ່ຍິ່ງໃຫຍ່ທີ່ສຸດຂອງຊົມເຜົ່າຢີ. ເຊິ່ງສະຫລອງເປັນເວລາ 3 ມື້. ບຸນທວນໄຟເປັນງານບຸນພື້ນເມືອງຂອງຊົນເຜົ່າຢີ, ເຊິ່ງຢູ່ໃນວັນທີ 24 ມິຖຸນາຕາມປະຕິທິນຈັນທະຄະຕິຂອງທຸກປີແລະສະເຫລີມສະຫລອງເປັນເວລາ 3 ມື້, ໃນລະຫວ່າງງານບຸນ,ປະຊາຊົນຈະນຸ່ງເຄື່ອງເອ້, ຟ້ອນລຳທຳເພງນຳກັນ, ຫລິ້ນກິດຈະກຳທີ່ມີສີສັນ, ຮ່ວມກັນສະເຫຼີມສະຫຼອງບຸນທວນໄຟອັນເປັນມູນເຊື້ອ.

ເມື່ອທ່ານມາຮອດຢຸນນານ, ບໍ່ຄວນພາດທີ່ຈະໄປຕາແສງບູຮານຊົນເຜົ່າຢີກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີນະຄອນສູ້ສົງແຂວງຢຸນນານເພື່ອສຳຜັດກັບຄວາມຮູ້ສຶກວັດທະນະທຳຊົນເຜົ່າຢິທີ່ກະຕືລືລົ້ນ.