ພາທ່ານໄປທ່ຽວຢູ່ຢຸນນານ|ນີ້ແມ່ນພູຫິມະ 6 ໜ່ວຍທີ່ງາມທີ່ສຸດໃນຢຸນນານ

2019-05-15 16:58:58 |ມາຈາກ: Yunnan Gateway

1.ພູຫິມະປາຍມ້າ

ພູຫິມະປາຍມ້າ,ຕັ້ງຢູ່ເມືອງເດີຊິງກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດດີຊິງແຂວງຢຸນນານ,ຫິມະປົກຄຸມເອົາພູເຂົາສູງໃນລະດູໜາວ,ນັກທ່ອງທ່ຽວສາມາດສຳຜັດໄດ້ເຖິງຮີດຄອງປະເພນີເທິງຜືນແຜ່ນດິນພູຫິມະແຫ່ງນີ້,ໃນລະດູຮ້ອນ,ເມື່ອຫິມະລິລາຍ,ດອກກຸຫລາບພັນປີອອກດອກເບັ່ງບານ,ນົກຈຳນວນຫຼາຍໃນປ່າໄມ້ກໍຮ້ອງເພງ,ລີງກໍກຳລັງຫຼີ້ນປີນປ່າຍໄປມາຢູ່ໃນປ່າໄມ້.