ຊົນເຜົ່າໄທລື້

2019-05-23 18:30:47 |ມາຈາກ: Yunnan Gateway

ຊົນເຜົ່າໄທລື້ດຳລົງຊີວິດຮ່ວມກັນຢູ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາແລະກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ຊົນເຜົ່າຈິງໂປເຕີຫົງແຂວງຢຸນນານ,ແລະຊົນເຜົ່າໄທລື້ຍັງດຳລົງຊີວິດຢູ່ເມືອງປົກຄອງຕົນເອງຊົນເຜົ່າໄທລື້ຊົນເຜົ່າຢ້າວຊົນເຜົ່າມົ້ງຈິ່ນຜິງກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊົນເຜົ່າຮານີຫົງເຫີແຂວງຢຸນນານ,ເມືອງປົກຄອງຕົນເອງຊົນເຜົ່າຢີຊົນເຜົ່າໄທລື້ຈິງກູນະຄອນພູເອີແຂວງຢຸນນານແລະເມືອງປົກຄອງຕົນເອງອື່ນໆ,ນອກຈາກນັ້ນ,ເມືອງຊິນອ່ານໂຮຍລີກິ່ງແຂວງລ່ຽງຊ່ານກໍແມ່ນເຂດລວມຕົວກັນຂອງຊົນເຜົ່າໄທລື້.

ຊົນເຜົ່າໄທລື້ມີໂຕໜັງສືແລະພາສາເປັນຂອງຕົນເອງແລະມີມໍລະດົກວັດທະນະທຳອັນມີສີສັນ,ພາສາຊົນເຜົ່າໄທລື້ມີສາມພາສາທ້ອງຖິ່ນຄືພາສາໄທລື້(ນຳໃຊ້ຢູ່ສິບສອງພັນນາ),ພາສາໄທນັ້ນ(ນຳໃຊ້ຢູ່ກິ່ງແຂວງເຕີຫົງ),ພາສາໄທບືງ(ນຳໃຊ້ຢູ່ເມືອງມອງລຽນ).ຊົນເຜົ່າໄທລື້ໃຊ້ໂຕໜັງສືສີ່ປະເພດທີ່ແຕກຕ່າງກັນໃນແຕ່ລະເຂດ,ໂຕໜັງສືສີ່ປະເພດນີ້ມີວິວັດທະນາການມາຈາກໂຕໜັງສືອິນເດຍ,ແລະຢູ່ໃນລະບົບດຽວກັນກັບພາສາສັນສະກິດ,ພາສາໄທ,ພາສາມຽນມ້າ,ພາສາກຳປູເຈຍແລະພາສາລາວ.

ງານບຸນສົງການແມ່ນງານບຸນທີ່ຍິ່ງໃຫຍ່ທີ່ສຸດຂອງຊົມເຜົ່າໄທລື້,ແມ່ນປີໃໝ່ຂອງຊົນເຜົ່າໄທລື້.ບຸນສົງການມີການສະເຫລີມສະຫລອງເປັນເວລາ 3-4 ມື້. ຕາມປົກກະຕິບຸນສົງການຈະຢູ່ໃນຊ່ວງກາງເດືອນຫົກຂອງທຸກປີ ຕາມປະຕິທິນຊົນເຜົ່າໄທລື້.

ໃນລະຫວ່າງງານບຸນ,ປະຊາຊົນຊົນເຜົ່າໄທລື້ຈະນຸ່ງເຄື່ອງເອ້,ຈັດພິທີສົງນຳ້ພະ,ແລະຫົດນ້ຳອວຍພອນກັນ. ມີກິດຈະກຳທີ່ມີສີສັນ,ເຊິ່ງປະຊາຊົນຊົນເຜົ່າໄທລື້ຮ່ວມກັນສະເຫຼີມສະຫຼອງບຸນສົງການອັນເປັນມູນເຊື້ອ.

ອາຫານຊົນເຜົ່າໄທລື້ມີສາມລັກສະນະອັນສຳຄັນຄື:

1.ລົດສົ້ມ

ຄົນຊົນເຜົ່າໄທລື້ມັກກິນອາຫານລົດສົ້ມ,ເພາະວ່າເຂົາເຈົ້າໃຊ້ຊີວິດຢູ່ເຂດອາກາດຮ້ອນ,ເຊິ່ງການກິນອາຫານລົດສົ້ມເຮັດໃຫ້ເຂົາເຈົ້າມີຄວາມຢາກອາຫານ,ແລະ ອາຫານລົດສົ້ມກໍ່ຊ່ວຍໃນການຍ່ອຍ,ແລະຊ່ວຍບໍ່ໃຫ້ເມົາແດດງ່າຍໃນອາກາດຮ້ອນ.

2.ຊີ້ນສັດແລະພືດທີ່ມາຈາກປ່າ

ຄົນຊົນເຜົ່າໄທລື້ມັກກິນໄກ່ປ່າ,ຜັກປ່າ,ແລະອື່ນໆ.

3.ດອກໄມ້

ຄົນຊົນເຜົ່າໄທລື້ມັກກິນດອກໄມ້ຂອງພືດຫຼາຍ,ໃຊ້ດອກໄມ້ມາປຸງແຕ່ງອາຫານທີ່ມີລົດຊາດແຊບຊ້ອຍ.ໃຊ້ດອກໄມ້ທີ່ມີສີມາຍ້ອມເຂົ້າໜຽວໃຫ້ມີສີທີ່ແຕກຕ່າງກັນ,ເຮັດເປັນເຂົ້າໜຽວຫລາຍສີສັນ.