ເມືອງຫຼຽງເຫີ ແລະ ບໍລິສັດຖົງເຊີງຮ່ວມກັນຈັດງານບຸນທ່ອງທ່ຽວວັດທະນະທຳ ປີ່ນໍ້າເຕົ້າສາກົນເມືອງຫຼຽງເຫີ•ປະເທດຈີນປະຈຳປີ 2019

2019-05-29 17:31:39 |ມາຈາກ: Yunnan Gateway

ບຸນທ່ອງທ່ຽວວັດທະນະທຳປີ່ນໍ້າເຕົ້າສາກົນເມືອງຫຼຽງເຫີ•ປະເທດຈີນປະຈຳປີ 2019ຈະຈັດຂຶ້ນໃນວັນທີ 8 ສິງຫາທີ່ເມືອງຫຼຽງເຫີ.ບຸນທ່ອງທ່ຽວວັດທະນະທຳຄັ້ງນີ້ຮ່ວມກັນຈັດຂຶ້ນໂດຍເມືອງຫຼຽງເຫີແລະບໍລິສັດຖົງເຊີງ,ເຊິ່ງນີ້ເປັນການຮ່ວມມືດ້ານງານບຸນການທ່ອງທ່ຽວຄັ້ງທຳອິດຂອງບໍລິສັດຖົງເຊິງແລະເມືອງຂອງຢຸນນານ,ສອງຝ່າຍຫວັງວ່າຈະນຳໃຊ້ແນວຄິດການທ່ອງທ່ຽວໃນຫຼາຍຂະແໜງການແລະຫຼາຍຂົງເຂດ,ມາຮ່ວມກັນສ້າງກິດຈະກຳງານບຸນໃນເຂດເມືອງໃຫ້ມີຄຸນະພາບສູງຂຶ້ນກວ່າເກົ່າ.

ບຸນທ່ອງທ່ຽວວັດທະນະທຳປີ່ນໍ້າເຕົ້າສາກົນເມືອງຫຼຽງເຫີ•ປະເທດຈີນມີຫົວຂໍ້ເປັນ “ສິລະປະຫຼຽງເຫີ, ຊື່ນຊົມໄປກັບຍຸກສະໄຫມ”,ໃນລະຫວ່າງງານບຸນຈະມີການຈັດພິທີເປີດງານ,ການແຂ່ງຂັນປີ່ນໍ້າເຕົ້າສາກົນແລະກິດຈະກຳອື່ນໆ,ແລະຍັງມີການເຮັດປີ່ນໍ້າເຕົ້າ,ການສະແດງປະເພນີການແຕ່ງດອງຂອງຊົນເຜົ່າອາຊ່າງ,ມີອາຫານລົດແຊບແລະອື່ນໆທີ່ຈະເປັນຄວາມພິເສດໃນງານຄັ້ງນີ້.