ສະຖານທີ່ທີ່ຕ່ຳທີ່ສຸດໃນຢຸນນານເມື່ອທຽບໃສ່ກັບລະດັບຫນ້ານໍ້າທະເລ--ເມືອງປົກຄອງຕົນເອງຊົນເຜົ່າຢ້າວເຫີໂຂວ

2019-06-05 17:25:22 |ມາຈາກ: Yunnan Gateway

ສະຖານທີ່ທີ່ສູງທີ່ສຸດໃນຢຸນນານເມື່ອທຽບໃສ່ກັບລະດັບໜ້ານໍ້າທະເລແມ່ນພູຫິມະເມີຍລີ້, ມີຄວາມສູງ 6740 ແມັດ, ສ່ວນສະຖານທີ່ທີ່ຕ່ຳທີ່ສຸດໃນຢຸນນານເມື່ອທຽບໃສ່ລະດັບຫນ້ານໍ້າທະເລ, ແມ່ນເມືອງປົກຄອງຕົນເອງຊົນເຜົ່າຢ້າວເຫີໂຂວ
ມີຄວາມສູງ 76,4 ແມັດ.

ເມືອງເຫີໂຂວກັບເມືອງລາວຈຽຍປະເທດຫວຽດນາມມີແມ່ນ້ຳສາຍໜຶ່ງຂັ້ນກັນ, ລົດໄຟແຂວງຢຸນນານ-ຫວຽດນາມ, ເສັ້ນທາງບົກຄຸນໝິງ-ເຫີໂຂວເຊື່ອມຈອດເມືອງແຫ່ງນີ້ກັບຫວຽດນາມເຂົ້າຫາກັນ, ເມືອງເຫີໂຂວແມ່ນເສັ້ນທາງບົກທີ່ສະດວກທີ່ສຸດຂອງແຂວງຢຸນນານເມື່ອເດີນທາງໄປອາຊີຕາເວັນອອກສ່ຽງໃຕ້, ປາຊີຟິກໃຕ້.

ເມື່ອເວົ້າເຖິງເຫີໂຂວ, ແມ່ນຕ້ອງໄດ້ເວົ້າເຖິງດ່ານເຫີໂຂວທີ່ມີຊື່ສຽງ, ດ່ານເຫີໂຂວແມ່ນດ່ານຊາຍແດນຈີນກັບຫວຽດນາມທີ່ໃຫຍ່ທີ່ສຸດໃນສ່ວນແຂວງຢຸນນານ, ທັງແມ່ນດ່ານປະເພດທີຫນຶ່ງແຫ່ງຊາດ. ນັບແຕ່ການເປີດປະຕູສູ່ພາຍນອກຂອງຈີນ, ເມືອງເຫີໂຂວພັດທະນາເສດຖະກິດການຄ້າຂອງດ່ານຢ່າງຕັ້ງໜ້າ, ທັງກໍ່ສ້າງຕັ້ງສາຍສໍາພັນດ້ານການຮ່ວມມືເສດຖະກິດທີ່ດີກັບເມືອງລາວຈຽຍປະເທດຫວຽດນາມ.

ເມືອງເຫີໂຂວແມ່ນດ່ານຕົວເມືອງ,ແຕ່ຍັງມີຈຸດພາບວີວທີວທັດທີ່ຫນ້າສົນໃຈຫຼາຍທີ່ທ່ານບໍ່ສາມາດພາດໄດ້. ເຊັ່ນ: ສວນປ່າໄມ້ແຫ່ງຊາດຮົວຢີຕົ້ງ, ໂຮງການໄປສະນີເກົ່າເມືອງເຫີໂຂວ, ດ່ານເຫີໂຂວເກົ່າ, ລົດໄຟແຂວງຢຸນນານ-ຫວຽດນາມ...

ແນ່ນອນວ່າການມາເມືອງເຫິໂຂວຍັງມີອາຫານທ້ອງຖິ່ນທີ່ທ່ານບໍ່ສາມາດພາດໄດ້. ອາຫານຂອງເມືອງເຫິໂຂວມີລັກສະນະພິເສດຫຼາຍ. ໝູປິ່ນເຫີໂຂວ,ເຝີຊີ້ນງົວ......