ແຂວງຢຸນນານແລະປະເທດລາວດໍາເນີນການພົບປະເຈລະຈາສອງຝ່າຍກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ

2019-06-14 18:15:25 |ມາຈາກ: 云南日报

ວັນທີ 12 ມິຖຸນາ, ກອງປະຊູມພົບປະເຈລະຈາສອງຝ່າຍກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວຂອງແຂວງຢຸນນານ ແລະ ປະເທດລາວໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ, ສອງຝ່າຍດຳເນີນການແລກປ່ຽນຕໍ່ຫຼາຍຫົວຂໍ້ສົນທະນາເຊັ່ນ: ວິທີການສົ່ງເສີມການແນະນຳແລະໂຄສະນາການທ່ອງທ່ຽວສອງຝ່າຍ, ເສີມຂະຫຍາຍການຂົນສົ່ງຂາເຂົ້າຂາອອກໃຫ້ມີຄວາມສະດວກສະບາຍ, ຊຸກຍູ້ການກໍ່ສ້າງການທ່ອງທ່ຽວແບບມາດຖານຂອງສອງຝ່າຍ, ສົ່ງເສີມການຮ່ວມມືຝຶກອົບຮົມບຸກຄະລາກອນດ້ານການທ່ອງທ່ຽວ, ສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019ເປັນຕົ້ນ.