ລົດໄຟຢີໝໍກຳລັງດຳເນີນການກໍ່ສ້າງ

2019-07-02 17:21:52 |ມາຈາກ: 云南网

ລົດໄຟຢີໝໍແມ່ນ ເສັ້ນທາງລົດໄຟທີ່ເຊື່ອມ ຕໍ່ນະຄອນຢີຊີ-ເມືອງພູເອີ-ເມືອງຈິ່ງຮົງ-ເມືອງບໍ່ຫານ, ເສັ້ນທາງລົດໄຟຢີໝໍເປັນເສັ້ນທາງລົດໄຟຂອງເສັ້ນທາງສາກົນອັນສຳຄັນເຊິ່ງເຊື່ອມຕໍ່ແຂວງຢຸນນານປະເທດຈີນກັບ ປະເທດລາວ, ປະເທດມຽນມາ, ປະເທດໄທ, ປະເທດມາເລເຊຍ, ປະເທດສິງກະໂປແລະປະເທດອື່ນໆ, ລົດໄຟຢິໝໍມີລວງຍາວ 507,4 ກິໂລແມັດ, ໂຄງການນີ້ໃຊ້ເວລາ 6 ປີ. ລົດໄຟຢິໝໍມີແຜນການ ເລີ່ມຕົ້ນເປີດການນຳໃຊ້ໃນປີ2021. ລົດໄຟຢິໝໍແມ່ນໂຄງການທີ່ສໍາຄັນເພື່ອການກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ", ຊຸກຍູ້ການເຊື່ອມຕໍ່ຂອງຈີນແລະບັນດາປະເທດໃກ້ຄຽງ, ມີຄວາມໝາຍແລະບົດບາດອັນສຳຄັນຕໍ່ການສົ່ງເສີມການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນ.