ງານວາງສະແດງຫີນສາກົນຄຸນໝິງຈີນປີ 2019 ໄດ້ເປີດຂຶ້ນແລ້ວ

2019-07-11 17:28:46 |ມາຈາກ: 云南网

ວັນທີ 10 ເດືອນ ກໍລະກົດ, ງານວາງສະແດງຫີນສາກົນຄຸນໝິງຈີນປີ 2019 ໄດ້ເປີດຂຶ້ນຢູ່ສູນການຄ້າລະຫວ່າງປະເທດນະຄອນຄຸນໝິງ. ງານວາງສະແດງຄັ້ງນີໃຊ້ເວລາທັງຫມົດ 6 ມື, ໂດຍປິ່ນອ້ອມພາຍ​ໃຕ້​ຫົວ​ຂໍ້: “ການພັດທະນາວັດທະນະທຳຫີນ ແລະ ຄວາມຮຸ່ງເຮືອງຂອງຂະແໜງການຫີນ”, ງານດັ່ງກ່າວມີຮ້ານວາງສະແດງມາດຕະຖານປະມານ 2800 ຮ້ານ, ເນື້ອທີ່ໃນການວາງສະແດງປະມານ 65000 ຕາແມັດ ແລະ ມີຫໍວາງສະແດງ 7 ຫໍ. ຜູ້ເຂົ້າຮ່ວມວາງ​ສະ​ແດງ​ຄັ້ງ​ນີ້ມີມາຈາກ 24 ປະ​ເທດ ແລະ ເຂດ​ແຄວ້ນ​, ເຊິ່ງປະກອບດ້ວຍ: ປະເທດອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ແອຟິກາແລະຈີນ, ຮົງກົງ, ໄຕ້ຫວັນແລະອື່ນໆ.