ກິດຈະກຳ“ວັນຊ້າງສາກົນ”ໄດ້ຈັດຂຶ້ນໃນສິບສອງພັນນາ

2019-08-15 17:27:34 |ມາຈາກ: 云南日报

ວັນທີ 12 ເດືອນ ສິງຫາ, ແມ່ນວັນຊ້າງສາກົນ. ກິດຈະກຳສາທາລະນະປະໂຫຍດເພື່ອດູແລ ແລະ ປົກປັກຮັກສາຊ້າງອາຊີໄດ້ຈັດຂຶ້ນໃນເຂດທັດສະນີຍະພາບຮ່ອມພູຊ້າງປ່າ (wild elephant valley) ກິ່ງແຂວງສິບສອງພັນນາແຂວງຢຸນນານ. ອາສາສະໝັກທີ່ມາຈາກທຸກເຂດທົ່ວປະເທດຈີນໄດ້ເຕົ້າໂຮມຢູ່ເຂດສະນີຍະພາບຮ່ອມພູຊ້າງປ່າ, ພວກເຂົາປ້ອນອາຫານທີ່ມີຜັກກາລົດ, ໝາກນັດ, ໝາກໂມ ແລະອື່ນໆໃຫ້ຊ້າງ, ຂໍສະເໜີດູແລຊ້າງອາຊີ, ແລະ ປົກປ້ອງສະພາບແວດລ້ອມໃນການດຳລົງຊີວິດຂອງຊ້າງອາຊີ.