ນັບແຕ່ວັນທີ 28 ກັນຍາ,ລົດໄຟຄວາມໄວສູງແຕ່ຄຸນໝິງຫາເມືອງເຫິຄົວຈະເປີດນຳໃຊ້ບໍລິການ

2019-09-27 17:54:01 |ມາຈາກ: 云南日报

ນັບແຕ່ວັນທີ 28 ກັນຍາ, ກຸ່ມກິດຈະການລົດໄຟຄຸນໝິງແຫ່ງປະເທດຈີນຈະເປີດນຳໃຊ້ຂະບວນລົດໄຟຄວາມໄວສູງ“ຟູຊິງ”CR200J 3 ຄູ່ແຕ່ນະຄອນຄຸນໝິງຫາເມືອງເຫີຄົວ,ການເດີນທາງແຕ່ສະຖານີພາກໃຕ້ຄຸນໝິງຫາສະຖານີເມືອງເຫີຄົວໄວສຸດຕ້ອງການເວລາພຽງແຕ່ 3 ຊົ່ວໂມງ 10 ນາທີ,ຮອດເມືອງໝົງຈືໃຊ້ເວລາພຽງແຕ່ 2 ຊົ່ວໂມງ 7 ນາທີ.

ນີ້ກໍແມ່ນຄັ້ງທຳອິດຂອງລົດໄຟຄວາມໄວສູງ“ຟູຊິງ”ທີ່ເດີນທາງໄປເມືອງເຫີຄົວ, ທີ່ມີຄວາມໝາຍອັນສຳຄັນໃນການບໍລິການ ແລະ ປະກອບສ່ວນເຂົ້າ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໃນການກໍ່ສ້າງເຂດທົດລອງການຄ້າເສລີ(ແຂວງຢຸນນານ)ປະເທດຈີນ. ພ້ອມດຽວກັນນັ້ນ, ສະຖານທີ່ທີ່ຢູ່ລຽບຕາມເສັ້ນທາງລົດໄຟຄວາມໄວສູງເຊັ່ນ: ເມືອງເກົ່າຈ້ຽນຊຸຍ, ບ້ານປີ້ສື ເມືອງໂມງຈື, ແລະ ປ່າຝົນໃນເມືອງເຫີຄົວ, ຈະດຶງດູດນັກທ່ອງທ່ຽວຈີນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ.