ເປີດການແຂ່ງຂັນກິລາເທັນນິດສາກົນຄຸນໝິງ

2019-10-14 17:16:35 |ມາຈາກ: 人民网

ໃນວັນທີ 13 ຕຸລາ, ການແຂ່ງຂັນກິລາເທັນນິດສາກົນຄຸນໝິງປີ 2019 ຫົວຂໍ້“ໜຶ່ງແລວໜຶ່ງເສັ້ນທາງ-ຢຸນນານເຈັດສິສັນ” ໄດ້ຈັດຂຶ້ນທີ່ເມືອງອ່ານໜິງແຂວງຢຸນນານ.

ການແຂ່ງຂັນຄັ້ງນີ້ມີທິມເຂົ້າຮ່ວມການແຂ່ງຂັນ 11 ທິມ, ເຊິ່ງມີນັກກິລາ 90 ກວ່າຄົນທີ່ມາຈາກ 11 ປະເທດ ແລະ ພາກພື້ນ ເຊັ່ນ: ປະເທດຈີນ, ມຽນມາ, ໄທ, ລາວ, ມາເລເຊຍ, ສີລັງກາ, ຟີລິບປິນ ແລະອື່ນໆ, ການແຂ່ງຂັນໄດ້ຈັດຕັ້ງການແຂ່ງຂັນແບບປະສົມເປັນກຸ່ມສຳລັບຜູ້ໃຫຍ່ ແລະ ການແຂ່ງຂັນປະສົມເປັນກຸ່ມສຳລັບຊາວໜຸ່ມ, ເຊິ່ງການແຂ່ງຂັນໄດ້ດຳເນີນເປັນ 2 ໄລຍະຄື: ການແຂ່ງຂັນແບບໝູນວຽນ ແລະ ການແຂ່ງຂັນແບບຄັດເລືອກ,ແລະ ສຸດທ້າຍກໍ່ໄດ້ຜູ້ຊະນະເລີດ.

ໃນໄລຍະການແຂ່ງຂັນນີ້, ເມືອງອ່ານໜິງຍັງຈະຈັດກິດຈະກຳຫຼາຍຢ່າງເປັນຕົ້ນແມ່ນ: ງານວາງສະແດງວັດທະນະທຳມໍລະດົກທາງວັດທະນະທໍາທີ່ບໍ່ເປັນວັດຖຸອ່ານໜິງ ແລະ ວາງສະແດງຜະລິດຕະພັນລັກສະນະພິເສດຂອງອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເວທີປຶກສາຫາລືການແລກປ່ຽນການເງິນ “ໜຶ່ງແລວ ໜຶ່ງເສັ້ນທາງ”, ແລະ ກິດຈະກຳສຳຜັດປະສົບການພາຍໃຕ້ຫົວຂໍ້ “ເຂົ້າສູ່ຢຸນນານ ສະເໜ່ອ່ານໜິງ” ແລະ ອື່ນໆ.