ນົກຍາງຄໍດຳຊຸດທຳອິດທີ່ບິນມາຫລົບຫນາວໄດ້ມາຮອດ ໜອງນຽນ ເມືອງຫຸຍເຈີ ແຂວງຢຸນນານແລ້ວ

2019-11-04 17:33:49 |ມາຈາກ: 云南日报

ໃນມື້ມໍ່ໆມານີ້, ນົກຍາງຄໍດຳ 18 ໂຕໄດ້ບິນມາຮອດດິນຊຸ່ມໜອງນຽນ ເມືອງຫຸຍເຈີ, ເປັນການເປີດການເດີນທາງເພື່ອມາຫລົບໜາວໃນປີນີ້. ໃນປີມໍ່ໆມານີ້, ຄຽງຄູ່ການເພີ່ມທະວີການປົກປັກຮັກສາໃນທຸກລະດັບຂອງແຂວງຢຸນນານ, ນົກຍາງຄໍດຳທີ່ບິນມາຫລົບຫນາວຢູ່ເມືອງຫຸຍເຈີແມ່ນຫລາຍຂຶ້ນໃນແຕ່ລະປີ. ເພື່ອເປັນການປົກປັກຮັກສາບ່ອນພັກເຊົາຂອງນົກຍາງຄໍດຳ, ເມືອງຫຸຍເຈີ ໄດ້ສ້າງຕັ້ງເຂດສະຫງວນທຳມະຊາດແຫ່ງຊາດ, ໃນປັດຈຸບັນນີ້, ມີນົກຍາງຄໍດຳ ແລະ ສັດປີກ 30000 ກວ່າໂຕບິນມາເພື່ອຫລົບຫນາວຢູ່ເຂດສະຫງວນທຳມະຊາດໃນທຸກປີ, ໃນນັ້ນ, ນົກຍາງຄໍດຳມີ 1000 ກວ່າໂຕ,ກວມເອົາ 10 % ຂອງຈຳນວນຊີວະນາໆພັນຂອງນົກຍາງຄໍດຳໃນທົ່ວໂລກ.