ການແຂ່ງຂັນລົດແລ່ນລີ້ (rally) ສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ ຢຸນນານເຈັດສີສັນ” ປີ 2019 ເລີ່ມອອກລົດທີ່ຄຸນໝິງ

2019-12-04 16:54:44 |ມາຈາກ: Yunnan Gateway

ວັນທີ 3 ທັນວາ, ການແຂ່ງຂັນລົດແລ່ນລີ້(rally)ສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ ຢຸນນານເຈັດສີສັນ” ປີ 2019 ເລີ່ມອອກລົດທີ່ ຄຸນໝິງ ແຂວງຢຸນນານ, ລົດອອຟໂຣດ (off-road vehicle) ປະມານ 45 ຄັນປະກອບກັນເປັນທິມລົດທີ່ຈະແລ່ນລົດ 5000 ກວ່າກິໂລແມັດໃນເວລາ 18 ມື້ນັບຈາກນີ້, ເຊິ່ງເສັ້ນທາງການເດີນທາງຈະຜ່ານປະເທດລາວ, ໄທ, ມຽນມາ ແລະ ກັບຄືນປະເທດຈີນ, ໃນລະຫວ່າງເວລານີ້,ຈະມີກິດຈະກຳຫຼາຍຢ່າງເຊັ່ນ: ການແລກປ່ຽນວັດທະນະທຳ, ການຄ້າການລົງທຶນ ແລະ ການແຂ່ງຂັນຫຼາຍລາຍການ.

ອີງຕາມຂໍ້ມູນຂ່າວສານ, ນັບແຕ່ປີ2016, ການແຂ່ງຂັນລົດແລ່ນລີ້ (rally) ສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ ຢຸນນານເຈັດສີສັນ” ໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວສາມຄັ້ງ. ຜ່ານກິລາ, ໄດ້ສົ່ງເສີມການຮ່ວມມື ແລະ ການແລກປ່ຽນໃນດ້ານການທ່ອງທ່ຽວ, ເສດຖະກິດການຄ້າ ແລະ ວັດທະນະທຳລະຫວ່າງແຂວງຢຸນນານ ກັບ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.