ງານບຸນສິລະປະວັດທະນະທຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 9 ຈະຈັດຂຶ້ນໃນວັນທີ 12 ທັນວາ

2019-12-10 16:30:53 |ມາຈາກ: Yunnan Gateway

ວັນທີ 12 ທັນວາ, ງານບຸນສິລະປະວັດທະນະທຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 9 ຈະຈັດຂຶ້ນຢູ່ທີ່ ເກົ້າຈວາງຊີສວາງຈີງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາ ແຂວງຢຸນນານ.

ກິດຈະກຳຄັ້ງນີ້ຈະຈັດຂຶ້ນເປັນເວລາ 3 ມື້, ໃນລະຫວ່າງງານຈະຈັດກິດຈະກຳວັດທະນະທຳຊົນເຜົ່າທີ່ຫລາກຫລາຍເຊັ່ນ: ພິທີເປີດງານລາຕີ, ງານດົນຕີປະສານສຽງ, ງານວາງສະແດງຮູບຖ່າຍສາກົນສິບສອງພັນນາ “ແມ່ນ້ຳໜຶ່ງ” ຄັ້ງທີ 8, ງານວາງສະແດງວັດທະນະທຳມໍລະດົກທາງວັດທະນະທໍາທີ່ບໍ່ເປັນວັດຖຸ ແລະ ຜະລິດຕະພັນປະດິດສ້າງວັດທະນະທຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ອື່ນໆ.

ງານບຸນສິລະປະວັດທະນະທຳຄັ້ງນີ້, ກຸ່ມສິລະປະຈາກປະເທດຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ, ຫວຽດນາມ ແລະ ຈາກປະເທດ, ເຂດແຄວ້ນອື່ນໆ, ຈະມາສະແດງການຮ້ອງເພງກັບເຕັ້ນລຳ ແລະ ການສະແດງຊຸດຊົນເຜົ່າ, ເພື່ອສະແດງສະເໜ່ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງ 6 ປະເທດແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ.