ການທ່ອງທ່ຽວຊົນນະບົດແຂວງຢຸນນານປີ2019ໄດ້ຕ້ອນຮັບນັກທ່ອງທ່ຽວທັງຫມົດຈໍານວນ 360 ລ້ານເທື່ອຄົນ

2019-12-25 17:01:36 |ມາຈາກ: Yunnan Gateway

ອີງຕາມຂໍ້ມູນການແຈ້ງການຂອງຂອງກຸ່ມການທ່ອງທ່ຽວ ແລະ ວັດທະນະທຳ ແຂວງຢຸນນານ ສະແດງໃຫ້ເຫັນວ່າ, ນັບແຕ່ປີ 2019, ການທ່ອງທ່ຽວຊົນນະບົດແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວທັງຫມົດຈໍານວນ 360 ລ້ານເທື່ອຄົນ, ບັນລຸຜົນສຳເລັດລາຍຮັບການທ່ອງທ່ຽວຈຳນວນ 230 ຕື້ຢວນ.
ໃນປີມໍ່ໆມານີ້, ແຂວງຢຸນນານສຸມກຳລັງແຮງໃນການພັດທະນາການທ່ອງທ່ຽວຊົນນະບົດ, ຢູ່ແຂວງຢຸນນານ, ມີບ້ານທຸກຍາກຈຳນວນຫຼາຍກວ່າ 1.000 ບ້ານທີ່ໄດ້ດຳເນີນຮູບແບບການຕ້ອນຮັບການທ່ອງທ່ຽວຊົນນະບົດ, ຕະຫຼອດປີ ຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວໄດ້ເຮັດໃຫ້ປະຊາຊົນຜູ້ທຸກຍາກປະມານ 110.000 ຄົນມີລາຍໄດ້ເພີ່ມຂື້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.