ຈີນ​ຈັດ​ພິ​ທີ​ລະ​ນຶກ​ການ​ສົ່ງ“​ສານເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ” ​ຄົບ​ຮອບ 40 ປີ​ຢ່າງ​ຍິ່ງ​ໃຫຍ່

2019-01-02 16:57:48 |ມາຈາກ: cri

​ປີ​ນີ້​ເປັນ​ປີ​ຄົບ​ຮອບ 40 ປີ​ທີ່​ຄະ​ນະປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ສົ່ງ“​ສານເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ” ​ຄົບ​ຮອບ 40 ປີ. ພິ​ທີ​ລະ​ນຶກ​ການ​ອອກ​ຖະ​ແຫຼງ​ການ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຄົບ​ຮອບ 40 ປີ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 2 ມັງ​ກອ​ນ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ດັ່ງ​ກ່າວ​ໂດຍ​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ແຜ່ນ​ດິນ​ໃຫຍ່​​ຈີນສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ແລະອວຍ​ພອນ​ໄຊ​ອັນ​ປະ​ເສີດ​ເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​​ທຸກ​ຖ້ວນ​ໜ້າ.

ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ​ຄວາມ​ເປັນ​ຈິງ​​ທາງ​ປະ​ຫວັດ​ສາດ​ແລະ​​ທາງນິ​ຕິ​ກຳ​ກ່ຽວ​ກັບໄຕ້​ຫວັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຈີນ, ​ແຜ່ນ​ດິນ​ໃຫຍ່​ແລະ​ໄຕ້​ຫວັນ ​ກໍ​ຄືສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຕ່າງ​ກໍ​ຂຶ້ນ​ກັບ​ຈີນ​ດຽວ​ເທົ່າ​ນັ້ນ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດຫຼື​ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້. ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ລ້ວນ​ແຕ່​ເປັນ​ຄົນ​ຈີນ, ຄວາມ​ຮັກ​ແພງ​ກັນ​ທີ່​ເປັນ​ໄປ​ຕາມ​ທຳ​ມະ​ຊາດ​ໃນ​ຖາ​ນະ​ເປັນ​ພີ່​ນ້ອງ​ຮ່ວມ​ອຸ​ທອນ​ດຽວ​ກັນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ແລະ​ຄວາມຍອມ​ຮັບການເປັນ​ເຊື້ອ​ຊາດ​ຈີນ​ນັ້ນ​ ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດຫຼື​ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້.​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ ສະ​ຖາ​ນະ​ການ​ຢູ່​ໄຕ້​ຫວັນ​​ຕ້ອງມຸ່ງ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຈະ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ນັ້ນ ​ບໍ່​ວ່າ​ຜູ້​ໃດຫຼື​ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ ​ບໍ່​ສາ​ມາດສະ​ກັດ​ກັ້ນ​ໄດ້.​ທ່າ​ອ່ຽງ​ປະ​ຫວັດ​ສາດ​ທີ່​ປະ​ເທດ​ຊາດ​ເຂັ້ມ​ແຂງ​, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່, ສອງ​ຝັ່ງ​ຈະ​ທ້ອນ​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​ນັ້ນ ຍິ່ງ​ເປັນ​ສິ່ງ​ທີ່​ບໍ່​ວ່າ​ຜູ້​ໃດ​ອິດ​ທິ​ກຳ​ລັງ​ໃດ​ກໍ​ຕາມ​ກໍ​ ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປະ​ເທດ​ຊາດ​ຕ້ອງ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ​ ແລະ​ກໍ​ຈະ​ທ້ອນ​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ແນ່ນອນ. ນີ້​ແມ່ນ​ຂໍ້​ສະຫຼຸບ​ທາງ​ປະ​ຫວັດ​ສາດ​ໃນຂະ​ບວນ​ວິ​ວັດ​​ການພັ​ດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງໃນ​ໄລ​ຍະ 70 ປີ​ຜ່ານ​ມາ ທັງ​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຕ້ອງ​ເປັນ​ໄປ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງທີ່​ຍິ່ງ​ໃຫຍ່​ຂອງ​​ຊົນຊາດ​ຈີນ​ ​ຄືນ​ໃໝ່​ໃນ​ຍຸກ​ໃໝ່. ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ທັງຫຼາຍ​ລ້ວນ​ແຕ່​ເປັນ​ສະ​ມາ​ຊິກ​ຂອງເຊື້ອ​ຊາດ​ຈີນ, ຄວນ​ເປັນ​ຄົນ​ຈີນ​ທີ່​ຊື່​ສັດ​ເປັນ​ທຳ. ໃນ​ຂະ​ບວນ​ການ​ທີ່​ຊາດ​ຈີນ​​ພວມກ້າວ​ໄປ​ສູ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ນັ້ນ, ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຕ້ອງ​ຮ່ວມ​ກັນ​ແບກ​ຫາບ​ພາ​ລະ​ໜ້າ​ທີ່​ຟື້ນ​ຟູ​ຄວາ​ມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ຊາດ, ຮ່ວມ​ກັນ​ພາກ​ພູມ​ໃຈ​ນຳ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ຊາດ. ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ວ່າ: ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ລະ​ບອບ ບໍ່​ແມ່ນ​ອຸ​ປະ​ສັກ​ທີ່​ກີດ​ຂວາງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ, ຍິ່ງ​ບໍ່​ແມ່ນ​ຂໍ້​ອ້າງ​ໃນ​ການ​ແບ່ງ​ແຍກ​​ປະ​ເທດຊາດ. ຄວນ​ຄົ້ນ​ຄວ້າ​ແຜນ​ການ​ໄຕ້​ຫວັນ​ສອງ​ລະ​ບອບ, ເຮັດ​ໃຫ້​ພຶດ​ຕິ​ກຳ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ມີ​​ເນື້ອ​ໃນຫຼາຍ​ຂຶ້ນກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ: ບັນ​ຫາ​ຄວາມ​ຂັດ​ແຍ້ງ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ເຊິ່ງ​ມີ​ມາ​ເປັນ​​ເວ​ລາດົນ​ນານ​ມາ​ແລ້ວ​ນັ້ນ ເປັນ​​ບັນ​ຫາຮາກ​ເຫງົ້າ​ທີ່​ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ, ສອງ​ຝ່າຍ​ຄວນ​ມີ​ທ່າ​ທີ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຊື້ອ​ຊາດ​ແລະ​ຄົນ​ຮຸ່ນຫຼັງ, ​ສຸມ​ທຸກ​ຄວາມພະ​ຍາ​ຍາມ​ ເພື່ອ​ແກ້​ໄຂ​ການ​ເປັນ​ປໍ​ລະ​ປັກ​ກັນ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​​ຝັ່ງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.