ເວລາ 10 ໂມງ 26 ນາທີຂອງວັນທີ 3 ມັງກອນນີ້, ຍານສຳຫຼວດ“ສາງເອີ 4”ຂອງຈີນໄດ້ລົງຈອດຕາມຈຸດກຳນົດໄວ້ລ່ວງໜ້າຢູ່ເຂດ ດ້ານຫຼັງຂອງດວງຈັນເບິ່ງຈາກໜ່ວຍໂລກເຊິ່ງຕັ້ງຢູ່ເສັ້ນແວງຕາເວັນອອກ 177,6 ອົງສາແລະເສັ້ນຂະໜານໃຕ້ 45,5 ອົງສາ ແລະໄດ້ສົ່ງຂໍ້ມູນຜ່ານດາວທຽມ “ເຊ້ສຽວ”ສົ່ງພາບດ້ານຫຼັງດວງຈັນທີ່ຖ່າຍໃກ້ທີ່ສຸດພາບທຳອິດຂອງໂລກນັ້ນກັບຄືນສູ່ໜ່ວຍໂລກ ເຊິ່ງໄດ້ເປີດເຜີຍເລິກລັບຈິງ ດ້ານຫຼັງຂອງດວງຈັນ. ການປະຕິບັດໜ້າທີ່ເທື່ອນີ້ຂອງຍານສຳຫຼວດ“ສາງເອີ 4”ໄດ້ບັນລຸເປົ້າໝາຍທີ່ຍານສຳຫຼວດຂອງມະນຸດລົງຈອດຢູ່ດ້ານຫຼັງດວງຈັນຢ່າງປອດໄພເປັນຄັ້ງທຳອິດ,ທັງແມ່ນການສື່ສານ ຜ່ານດາວທຽມລະຫວ່າງດ້ານຫຼັງດວງຈັນກັບໜ່ວຍໂລກ ອັນໄດ້ເປີດ ປະຫວັດສາດໜ້າໃໝ່ແຫ່ງການສຳຫຼວດດວງຈັນຂອງມະນຸດ. ຂະນະດຽວກັນ ຍັງໄດ້ອຳນວຍໂອກາດໃຫ້ນັກວິທະຍາສາດຈີນແລະຕ່າງປະເທດດຳເນີນການຄົ້ນຄວ້າອະວະກາດ. ນັກວິທະຍາສາດເຫັນວ່າ: ດ້ານຫຼັງດວງຈັນມີປະຫວັດເກົ່າແກ່ກວ່າດ້ານໜ້າ ເຊິ່ງມີຄຸນຄ່າສຳຄັນໃນການຄົ້ນຄວ້າປະຫວັດສາດໄລຍະຕົ້ນຂອງດວງຈັນແລະລະບົບສຸລິຍະ.