ວັນທີ 2 ມັງກອນຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາໄສສຳຄັນໃນພິທີລະນຶກການເຜີຍແຜ່ “ສານເຖິງພີ່ນ້ອງຮ່ວມຊາດໄຕ້ຫວັນ” ຄົບຮອບ 40 ປີ, ໂດຍໄດ້ຫວນຄືນຂະບວນການພັດທະນາການພົວພັນລະຫວ່າງສອງຝັ່ງຫຼັງຈາກແຍກກັນມາເປັນເວລາ 70 ປີ, ແລະໄດ້ສະເໜີຈຸດຢືນດ້ານນະໂຍບາຍ 5 ຂໍ້ກ່ຽວກັບການຊຸກຍູ້ການພັດທະນາການພົວພັນສອງຝັ່ງໂດຍສັນຕິໃນຍຸກໃໝ່ ແລະ ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ, ແລະໄດ້ເນັ້ນໜັກວ່າ: ຈີນຕ້ອງໂຮມເຂົ້າກັນເປັນເອກະພາບ ແລະຈະໂຮມເປັນເອກະພາບກັນຢ່າງແນ່ນອນ, ໃນຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ຂອງຊົນຊາດຈີນ ຕ້ອງມີໄຕ້ຫວັນ, ການທີ່ຈີນບັນລຸຄວາມເປັນເອກະພາບກັນນັ້ນ ຈະນຳເອົາໂອກາດການພັດທະນາໃຫ້ແກ່ບັນດາປະເທດໃນໂລກຫຼາຍກວ່າເກົ່າ.
ຄຳປາໄສດັ່ງກ່າວຂອງທ່ານ ສີຈິ້ນຜິງ ເປັນການສະແດງໃຫ້ເຫັນເຖິງຄວາມຈິງໃຈແລະຄວາມມີເມດຕາກະລຸນາໃຫຍ່ຫຼວງທີ່ສຸດຂອງຈີນໃນການທ້ອນໂຮມປະເທດຈີນເຂົ້າເປັນເອກະພາບກັນໂດຍສັນຕິ, ກໍເປັນການກ່າວເຕືອນຢ່າງເຄັ່ງຂຶມຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດແລະອິດທິກຳລັງແຊກແຊງສ່ວນໜ້ອຍທີ່ສຸດຂອງຈາກພາຍນອກ, ສະແດງໃຫ້ເຫັນວ່າ ພັກກຳອຳນາດແລະລັດຖະບານຈີນມີຄວາມເດັດດ່ຽວແລະມີຄວາມຕັດສິນໃຈສູງໃນການປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເປັນການຊີ້ທິດທາງແລະຫຼັກການພື້ນຖານໃຫ້ແກ່ການບັນລຸຄວາມເປັນເອກະພາບຂອງປະເທດຊາດໃນຍຸກໃໝ່.
ໃນເວລາຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນເຜີຍແຜ່ “ສານເຖິງພີ່ນ້ອງຮ່ວມຊາດໄຕ້ຫວັນ” ກ່ອນນີ້ 40 ປີ, ສາທາລະນະລັດປະຊາຊົນຈີນໄດ້ຟື້ນຟູສິດທີ່ຖືກຕ້ອງຕາມກົດໝາຍທຸກຢ່າງຢູ່ອົງການສະຫະປະຊາຊາດ, ປະຊາຄົມໂລກໄດ້ຮັບຮູ້ໂດຍທົ່ວໄປວ່າ ໄຕ້ຫວັນເປັນດິນແດນທີ່ບໍ່ສາມາດຕັດແຍກອອກຈາກຈີນໄດ້. ໃນສະພາບການຄາວນັ້ນ, “ສານເຖິງພີ່ນ້ອງຮ່ວມຊາດໄຕ້ຫວັນ” ໄດ້ເນັ້ນເຖິງທິດທາງຕ່າງໆ ເຊັ່ນ: ຍຶດໝັ້ນຫຼັກການປະເທດຈີນດຽວ, ສິ້ນສຸດສະພາບການເປັນປໍລະປັກກັນດ້ານການທະຫານລະຫວ່າງສອງຝັ່ງ, ດຳເນີນການເຊື່ອມຕໍ່ກັນດ້ານໄປສະນີ, ການຄ້າ ແລະການເດີນທາງທາງອາກາດລະຫວ່າງສອງຝັ່ງ, ເປີດກວ້າງການແລກປ່ຽນລະຫວ່າງສອງຝັ່ງ ແລະອື່ນໆ, ໂດຍໄດ້ຊຸກຍູ້ການພົວພັນສອງຝັ່ງໃຫ້ເຂົ້າສູ່ໄລຍະແຫ່ງການພັດທະນາເພື່ອທ້ອນໂຮມເຂົ້າກັນເປັນເອກະພາບໂດຍສັນຕິ.
ໃນເວລາກ່າວປາໄສ, ທ່ານສີຈິ້ນຜິງໄດ້ຫວນຄືນຄວາມຄືບໜ້າດ້ານຕ່າງໆໃນຕະຫຼອດໄລຍະ 70 ປີມານີ້ ເຊັ່ນ: “ການເຊື່ອມຕໍ່ດ້ານການເດີນທາງທາງອາກາດ, ດ້ານໄປສະນີ ແລະ ດ້ານທຸລະກິດການຄ້າ”, ການປຶກສາຫາລືບົນພື້ນຖານ “ຄວາມເຫັນເປັນເອກະພາບກັນໃນປີ 1992”, ຈຸດຢືນແລະນະໂຍບາຍແກ້ໄຂບັນຫາໄຕ້ຫວັນໂດຍສັນຕິ, ຄວາມເຂົ້າໃຈແລະການສະໜັບສະໜູນຈາກປະຊາຄົມໂລກ, ການຕໍ່ສູ້ຕ້ານອິດທິກຳລັງ “ແບ່ງແຍກໄຕ້ຫວັນ” ແລະອື່ນໆ ໂດຍໄດ້ສະຫຼຸບ “ປ່ຽນແປງສອງດ້ານບໍ່ໄດ້” ນັ້ນກໍຄື: “ຄວາມຈິງທາງປະຫວັດສາດແລະດ້ານກົດໝາຍທີ່ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ ເຊິ່ງເປັນສິ່ງທີ່ບໍ່ວ່າຜູ້ໃດ ຫຼືອິດທິກຳລັງໃດກໍຕາມກໍບໍ່ສາມາດປ່ຽນແປງໄດ້! ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນລ້ວນແຕ່ເປັນຄົນຈີນ, ຄວາມຮັກແພງກັນທີ່ເປັນໄປຕາມທຳມະຊາດໃນຖານະເປັນພີ່ນ້ອງຮ່ວມອຸທອນດຽວກັນ ເຊິ່ງເປັນສິ່ງທີ່ບໍ່ວ່າຜູ້ໃດ ຫຼືອິດທິກຳລັງໃດກໍຕາມກໍບໍ່ສາມາດປ່ຽນແປງໄດ້ເຊັ່ນກັນ!”, ພ້ອມທັງສະຫຼຸບ “ບໍ່ສາມາດຂັດຂວາງ 2 ຂໍ້” ຄື: ສະຖານະການຊ່ອງແຄບໄຕ້ຫວັນກ້າວໄປສູ່ສັນຕິພາບ, ສະຖຽນລະພາບ ແລະ ການພົວພັນລະຫວ່າງສອງຝັ່ງຊ່ອງແຄບກ້າວເດີນໄປໜ້າ ເປັນກະແສຂອງຍຸກສະໄໝ ເຊິ່ງເປັນສິ່ງທີ່ບໍ່ວ່າຜູ້ໃດ ຫຼື ອິດທິກຳລັງໃດກໍຕາມກໍບໍ່ສາມາດຂັດຂວາງໄດ້! ປະເທດຊາດມີຄວາມເຂັ້ມແຂງ, ຊົນຊາດຈີນຟື້ນຟູຄວາມຈະເລີນຮຸ່ງເຮືອງ ແລະ ສອງຝັ່ງຊ່ອງແຄບໂຮມເຂົ້າເປັນເອກະພາບກັນ ກໍເປັນທ່ວງທ່າປະຫວັດສາດ ເຊິ່ງເປັນສິ່ງທີ່ບໍ່ວ່າຜູ້ໃດ ຫຼື ອິດທິກຳລັງໃດກໍຕາມກໍບໍ່ສາມາດຂັດຂວາງໄດ້!” ນີ້ແມ່ນການສະຫຼຸບບົດຮຽນປະຫວັດສາດການພົວພັນສອງຝັ່ງຊ່ອງແຄບໃນຮອບ 70 ປີ ແລະ ກໍເປັນຈຸດຢືນຂອງຈີນໃນການແກ້ໄຂບັນຫາໄຕ້ຫວັນ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນໃນອະນາຄົດ.
40 ປີກ່ອນ, ເສດຖະກິດໄຕ້ຫວັນພັດທະນາຢ່າງວ່ອງໄວ ແລະ ພັດທະນາໄວກວ່າເສດຖະກິດແຜ່ນດິນໃຫຍ່ຈີນຫຼາຍ; 40 ປີຜ່ານໄປແລ້ວ, ແຜ່ນດິນໃຫຍ່ຈີນໄດ້ກາຍເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ກາຍເປັນຄູ່ການຄ້າແລະຕະຫຼາດສົ່ງອອກໃຫຍ່ອັນດັບໜຶ່ງຂອງໄຕ້ຫວັນ, ທັງເປັນຈຸດໝາຍປາຍທາງການລົງທຶນຕົ້ນຕໍຂອງໄຕ້ຫວັນ, ສອງຝັ່ງຊ່ອງແຄບໄປມາຫາສູ່ກັນນັບມື້ນັບສະດວກສະບາຍກວ່າເກົ່າ, ການພັດທະນາຂອງສອງຝັ່ງກໍນັບມື້ນັບເຊື່ອມໂຍງເຂົ້າກັນ ແລະ ປະຊາຊົນສອງຝັ່ງກໍມີຜົນຕອບສະໜອງຫຼາຍກວ່າເກົ່າ. ນັບແຕ່ເດືອນມັງກອນຫາເດືອນພະຈິກປີ 2018, ຍອດມູນຄ່າການຄ້າລະຫວ່າງສອງຝັ່ງໄດ້ບັນລຸຫຼາຍກວ່າ 200 ຕື້ໂດລາສະຫະລັດເປັນຄັ້ງທຳອິດ ແລະ ເພີ່ມຂຶ້ນ 16%; ປະຊາຊົນໄຕ້ຫວັນເຂົ້າມາແຜ່ນດິນໃຫຍ່ຈີນຫຼາຍກວ່າ 5,629 ລ້ານເທື່ອຄົນ, ເພີ່ມຂຶ້ນ 4%. ຂະນະດຽວກັນ, ມີຫຼາຍ “ປະເທດທີ່ເຄີຍສ້າງສາຍພົວພັນທາງການທູດ” ກັບໄຕ້ຫວັນ ໄດ້ຕັດ “ສາຍພົວພັນທາງການທູດ” ກັບໄຕ້ຫວັນ ແລ້ວມາສ້າງສາຍພົວພັນທາງການທູດ ຫຼືຟື້ນຟູສາຍພົວພັນທາງການທູດກັບສາທາລະນະລັດປະຊາຊົນຈີນແທນ, ຫຼັກການ “ຈີນດຽວ” ໄດ້ເປັນຄວາມຮັບຮູ້ເຂົ້າໃຈໃນປະຊາຄົມໂລກນັບມື້ນັບກວ້າງຂວາງ.
ເມື່ອທຽບໃສ່ 40 ປີກ່ອນ, ເງື່ອນໄຂພາຍໃນແລະນອກປະເທດຈີນທີ່ຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໂຮມເຂົ້າກັນເປັນເອກະພາບນັ້ນໄດ້ສຸກງ່ອມກວ່າເວລາໃດໝົດ ແລະ ຕ້ອງການຜູ້ມີຄວາມສະຫຼາດສ່ອງໃສທາງການເມືອງຄົນໃໝ່ມານຳພາແລະຊຸກຍູ້ຂະບວນການດັ່ງກ່າວ.
ບົດປາໄສຂອງທ່ານສີຈິ້ນຜິງໄດ້ປິ່ນອ້ອມທ່າອ່ຽງລວມແຫ່ງປະຫວັດສາດ,ຜົນປະໂຫຍດຂອງຊາດແລະຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ໂດຍໄດ້ສະເໜີຈຸດຢືນດ້ານນະໂຍບາຍ 5 ຂໍ້ຄື: ຮ່ວມກັນຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດ ເພື່ອບັນລຸເປົ້າໝາຍທ້ອນໂຮມປະເທດຊາດເຂົ້າກັນເປັນເອກະພາບ; ຄົ້ນຄວ້າແຜນການໄຕ້ຫວັນສອງລະບອບ, ເຮັດໃຫ້ພຶດຕິກຳການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິມີເນື້ອໃນຫຼາຍຂຶ້ນກວ່າເກົ່າ; ລົງເລິກການເຊື່ອມໂຍງແລະການພັດທະນາຂອງສອງຝັ່ງຊ່ອງແຄບໄຕ້ຫວັນ, ກຳແໜ້ນພື້ນຖານການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິ; ບັນລຸເປົ້າໝາຍ ໃຫ້ພີ່ນ້ອງຮ່ວມຊາດຮ່ວມຈິດຮ່ວມໃຈກັນ, ມີຄວາມເຫັນດີເຫັນພ້ອມຕໍ່ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິໃຫ້ຫຼາຍຂຶ້ນກວ່າເກົ່າ.
ຈຸດຢືນແລະນະໂຍບາຍເຫຼົ່ານີ້ເປັນການສືບທອດຈາກແນວຄິດເສີມຂະຫຍາຍສາຍພົວພັນສອງຝັ່ງ,ຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ ທີ່ສະເໜີໂດຍສູນກາງພັກກອມມູນິດຈີນ, ທັງໄດ້ອີງໃສ່ສະພາບການໃໝ່ເພື່ອເສີມຂະຫຍາຍແນວຄິດດັ່ງກ່າວໃຫ້ອຸດົມສົມບູນຂຶ້ນ, ເປັນທິດທາງນະໂຍບາຍລວມຂອງຈີນໃນຍຸກໃໝ່ເພື່ອບັນລຸເປົ້າໝາຍການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດແລະຊຸກຍູ້ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ.
ໃນຈຸດຢືນແລະນະໂຍບາຍ 5 ຂໍ້, ມີວາທະສຳຄັນຕ່າງໆເປັນຕົ້ນແມ່ນ “ຄົນຈີນບໍ່ຕີຄົນຈີນ” “ຄົນຈີນຕ້ອງຊ່ວຍຄົນຈີນ”ແລະອື່ນໆພ້ອມດ້ວຍຂໍ້ລິເລີ່ມ ຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝັ່ງຫັນເປັນລະບຽບການ, ສ້າງຕະຫຼາດຮ່ວມຂອງສອງຝັ່ງແລະອື່ນໆເຊິ່ງເປັນການສະແດງຄວາມເປັນມິດຕໍ່ປະຊາຊົນໄຕ້ຫວັນ ແລະຫວັງວ່າເຂົາເຈົ້າຈະສືບຕໍ່ຮ່ວມກັນຊົມໃຊ້ກາລະໂອກາດທີ່ດີຈາກການປະຕິຮູບແລະເປີດປະຕູສູ່ພາຍນອກຂອງແຜ່ນດິນໃຫຍ່ຈີນ; ໃນບົດປາໄສຍັງເນັ້ນອີກວ່າ ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບໂດຍສັນຕິ, ປະເທດດຽວສອງລະບອບ ເປັນວິທີທີ່ດີທີ່ສຸດໃນການບັນລຸເປົ້າໝາຍໃຫ້ປະເທດຊາດເປັນເອກະພາບ,ໂດຍການລິເລີ່ມໃຫ້ບັນດາພັກ, ວົງການຕ່າງໆຂອງສອງຝັ່ງສະເໜີຜູ້ແທນຂອງຕົນເພື່ອດຳເນີນການປຶກສາຫາລືແບບປະຊາທິປະໄຕ, ບັນລຸການຈັດວາງດ້ານລະບຽບການກ່ຽວກັບການຊຸກຍູ້ການພັດທະນາໂດຍສັນຕິຂອງການພົວພັນສອງຝັ່ງແລະອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນຄວາມຈິງໃຈທີ່ “ຄົນໃນຄອບຄົວດຽວກັນປຶກສາຫາລືກັນເພື່ອປະຕິບັດການແລະປຶກສາຫາລືກັນຢ່າງສະເໝີພາບ”; ນອກນີ້, ບົດປາໄສຍັງເນັ້ນອີກວ່າ ຈີນເດັດຂາດຈະບໍ່ຈົ່ງຊ່ອງທາງໃດໆໃຫ້ການເຄື່ອນໄຫວແບ່ງແຍກໄຕ້ຫວັນ ເປັນເອກະລາດໃນຮູບແບບຕ່າງໆ, ທັງຊີ້ໃຫ້ເຫັນວ່າ ການທີ່ຈີນບໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຢຸດຕິການໃຊ້ກຳລັງອາວຸດ, ກໍເພື່ອຮັກສາທາງເລືອກທີ່ຈະໃຊ້ທຸກມາດຕະການອັນຈຳເປັນນັ້ນແມ່ນແນໃສ່ຕໍ່ຕ້ານການແຊກແຊງຂອງອິດທິກຳລັງພາຍນອກແລະພວກແບ່ງແຍກໄຕ້ຫວັນ ເປັນເອກະລາດຈຳນວນໜ້ອຍກໍຄືການເຄື່ອນໄຫວແບ່ງແຍກຂອງເຂົາເຈົ້າ ທັງໝົດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈແລະຄວາມມຸ້ງໝັ້ນຢ່າງບໍ່ລົດລະໃນການປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວໜຽວແໜ້ນ.
ໂດຍຜ່ານການປະຕິຮູບແລະເປີດປະຕູສູ່ພາຍນອກເປັນໄລຍະ 40 ປີ, ຈີນໄດ້ກ້າວເຂົ້າສູ່ຍຸກໃໝ່, ໃກ້ກັບເປົ້າໝາຍທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນຄືນໃໝ່ທີ່ສຸດທຽບໃສ່ໄລຍະຜ່ານມາໃນປະຫວັດສາດຈີນ, ທັງມີພື້ນຖານແລະເງື່ອນໄຂທີ່ສາມາດຊຸກຍູ້ໃຫ້ສອງຝັ່ງຊ່ອງແຄບໄຕ້ຫວັນໂຮມເຂົ້າກັນເປັນເອກະພາບໂດຍສັນຕິ. ຕໍ່ເລື່ອງນີ້, ສື່ມວນຊົນໄຕ້ຫວັນກໍຮັບປາກວ່າ: ຈີນແຜ່ນດິນໃຫຍ່ໄດ້ກຳສິດນຳທາງແລະມີສິດເປັນເຈົ້າການທີ່ຈະຂະຫຍາຍການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ.
ເມື່ອຜະເຊີນກັບຄວາມຫຍຸ້ງຍາກລຳບາກໃດໆກໍຕາມພວກເຮົາຍັງເປັນພີ່ນ້ອງກັນ, ແລະຫຼີກເວັ້ນຄວາມຂັດແຍ້ງກັນໃນເວລາພົບກັນດ້ວຍຈິດໃຈຍິ້ມແຍ້ມແຈ່ມໃສ. ປັດຈຸບັນ, ປະຊາຊົນຈີນກຳລັງພະຍາຍາມດຳເນີນງານຢູບົນເສັ້ນທາງທີ່ຈະບັນລຸຄວາມໄຝ່ຝັນຂອງຕົນ, ໃນຖານະເປັນສ່ວນໜຶ່ງຂອງປະຊາຊົນຈີນ, ປະຊາຊົນໄຕ້ຫວັນກໍຄວນເຂົ້າຮ່ວມ, ຮ່ວມກັນສູ້ຊົນເພື່ອດຳລົງຊີວິດທີ່ອຸດົມຮັ່ງມີຄືກັນ. ດັ່ງຄຳປາໄສຂອງປະທານສີຈິ້ນຜິງທີ່ວ່າ: ອະນາຄົດຂອງໄຕ້ຫວັນຂຶ້ນຢູ່ກັບປະເທດຊາດໂຮມເຂົ້າກັນເປັນເອກະພາບ, ຄວາມສຸກຂອງພີ່ນ້ອງຮ່ວມຊາດໄຕ້ຫວັນແມ່ນຂຶ້ນຢູ່ກັບຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ; ບັນຫາໄຕ້ຫວັນເກີດຂຶ້ນຍ້ອນຄວາມອ່ອນແອຂອງຊົນຊາດ, ແລະຈະສິ້ນສຸດລົງແນ່ນອນເມື່ອຊົນຊາດຈີນຟື້ນຟູຄວາມຈະເລີນຂອງຕົນສຳເລັດ.