ຈາກສະຖິຕິຂອງດ່ານພາສີຄຸນໝິງ,ໃນເດືອນ ມັງກອນ ຫາເດືອນຕຸລາຂອງປີ 2018 ເສດຖະກິດການຄ້າຂາເຂົ້າແລະຂາອອກຂອງນະຄອນຄຸນໝິງໄດ້ມີຈຸດເດັ່ນກໍຄື:ຄວາມໄວຂອງການເພີ່ມທະວີການຄ້າຂາອອກຂາເຂົ້າແມ່ນວ່ອງໄວ ມີການສະຫນັບສະຫນູນທີ່ແຂງແຮງ,ຈຶ່ງໄດ້ບັນລຸຍອດມູນຄ່າຂາເຂົ້າແລະຂາອອກເຖິງ 107,45 ລ້ານໂດລາ ໄດ້ເພີ່ມທະວີຂຶ້ນ 86,7%ເມື່ອປຽບທຽບກັບໄລຍະດຽວກັນຂອງປີຜ່ານມາ,ໃນນັ້ນ ຍອດມູນຄ່າຂາອອກແມ່ນ 3003 ລ້ານໂດລາ ໄດ້ເພີ່ມທະວີຂຶ້ນ 24,8%ເມື່ອປຽບທຽບກັບໄລຍະດຽວກັນຂອງປີຜ່ານມາ; ຍອດມູນຄ່າຂາເຂົ້າແມ່ນ 7742 ລ້ານໂດລາ ໄດ້ເພີ່ມທະວີຂຶ້ນ 131,3%ເມື່ອປຽບທຽບກັບໄລຍະດຽວກັນຂອງປີຜ່ານມາ;ອັດຕາການເພີ່ມຂຶ້ນຂອງການນຳເຂົ້າແລະສົ່ງອອກໄດ້ຈັດຢູ່ໃນອັນດັບທຳອິດໃນທົ່ວເມືອງເອກ,ຄວາມໄວຂອງການເພີ່ມຂຶ້ນໄດ້ຈັດຢູ່ໃນອັນດັບທຳອິດໃນທົ່ວເມືອງເອກຂອງປະເທດຈີນສືບຕໍ່ກັນເປັນເວລາ 10 ເດືອນ.