ຫວ່າງມໍ່ໆມານີ້ ນັກຂ່າວໄດ້ຮັບຮູ້ຈາກຄະນະກຳມະການພັດທະນາແລະປະຕິຮູບແຂວງຢຸນນານວ່າ,ແຂວງຢຸນນານຈະສຸມໃສ່ໃນດ້ານຂະແໜງການດອກໄມ້ແລະຂະແໜງການໃບຊາເຊິ່ງເປັນຂະແໜງການທີ່ມີທ່າແຮງຂອງແຂວງຢຸນນານ, ເພື່ອກໍ່ສ້າງສວນຕົວແບບດ້ານການປະດິດສ້າງໃໝ່ຂອງກະສິກຳທັນສະໄໝທີ່ມີສີສັນຂອງພູພຽງລະດັບແຂວງທີ່ເມືອງຄາຍຢວນກິ່ງແຂວງຫົງເຫີ ເມືອງບູຮານລີ້ຈ່ຽງ(ດ້ານດອກໄມ້) ເມືອງຫຼີນສຽງ ຊາງຢວນ ຊວງຈ່ຽງຂອງນະຄອນຫຼີນຊາງ(ດ້ານໃບຊາ) ລວມທັງຫມົດ 5 ແຫ່ງ ຈຸດປະສົງແມ່ນແນໃສ່ການພັດທະນາຂະແໜງກະສິກຳທັນສະໄໝທີ່ມີສີສັນຂອງພູພຽງ.