ລາ​ຊາ​ທິ​ບໍ​ດີ​ມາ​ເລ​ເຊຍ​ປະ​ກາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

2019-01-07 17:46:10 |ມາຈາກ: Yunnan Gateway

ວັນ​ທີ 6 ມັງ​ກອນນີ້, ພະ​ລາ​ຊະ​ວັງ​ແຫ່ງ​ຊາດ​ມາ​ເລ​ເຊຍ​ອອກ​ແຈ້ງ​ການ ໂດຍ​ປະ​ກາດ​ວ່າ: ​ລາ​ຊາ​ທິ​ບໍ​ດີ ໂມ​ຮາ​ມັດ ລາ​ຊະ​ການ​ທີ 5 ​ຄົນ​ປັດ​ຈຸ​ບັນ​ໄດ້​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ຕອນ​ຫົວ​ຄ່ຳ​ມື້​ດຽວ​ກັນ ແລະ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ. ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ນີ້​ແມ່ນ​ລາ​ຊາ​ທິ​ບໍ​ດີ​ຜູ້​ທຳ​ອິດ​ທີ່​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ພາຍ​ໃນ​ອາ​ຍຸ​ການ​ນັບ​ແຕ່​ມາ​ເລ​ເຊຍ​ເປັນ​ເອ​ກະ​ລາດ​ເປັນ​ຕົ້ນ​ມາ.

ມາ​ເລ​ເຊຍ​ປະ​ຕິ​ບັດ​ລະ​ບອບ​ສະ​ຫະ​ພັນ​ລາ​ຊ​າ​ທິ​ປະ​ໄຕ​ຢູ່​ພາຍໃຕ້​ລັດ​ຖະ​ທຳ​ມະ​ນູນ, ​ລາ​ຊາ​ທິ​ບໍ​ດີ​ເປັນປະ​ມຸກ​ລັດ​, ທັງ​ເປັນ​ຜູ້​ນຳ​ສາ​ສະ​ໜາ​ອິ​ສ​ລາມ​ແລະ​ຜູ້​ບັນ​ຊາ​ການສູງ​ສຸດ​ຂອງກອງ​ທັບ ໂດຍ​ກຳ​ເນີດ​ຈາກ​ເຈົ້າ​ຊຸນ​ຕານຫຼື​ເຈົ້າ​ຄອງ​ລັດ​ຂອງ 9 ລັດ​ມາ​ເລ​ເຊຍ​ໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ໃນ​ສະ​ພາ​ຜູ້​ປົກ​ຄອງ, ມີ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ 5 ປີ. ​ລາ​ຊາ​ທິ​ບໍ​ດີ ໂມ​ຮາ​ມັດ ລາ​ຊະ​ການ​ທີ 5 ປີນີ້​ອາ​ຍຸ 49 ປີ, ເປັນ​ປະ​ມຸກ​ລັດ​ຊຸດ​ທີ 15 ຂອງ​ມາ​ເລ​ເຊຍ​ນັບ​ແຕ່​ວັນ​ທີ 13 ທັນ​ວາ​ປີ 2016 ເປັ​ນ​ຕົ້ນ​ມາ.