ຈຳ​ນວນການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​​ 2019 ຈະ​ບັນ​ລຸ 2,99 ຕື້​ເທື່ອ​ຄົນ

2019-01-08 17:31:45 |ມາຈາກ: CRI

ຕາມ​ຂ່າວCRI: ໃນໂອ​ກາດບຸນ​ກຸດ​ຈີນ​ທີ່​ເປັນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຈີນ​ໃກ້​ຈະ​ມາ​ເຖິງ,ຜູ້​ເຮັດ​ວຽກ​ແລະນັກ​ຮຽນ​ນັກ​ສຶກ​ສາຢູ່​ຕ່າງ​ແຂວງ​ແລະ​ອື່ນໆ​ຈະ​ກັບ​ເມືອຢາມ​ບ້ານ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ,ເຊິ່ງ​ເປັນ​ໄລ​ຍະ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈຳນວນ​ຫຼາຍ​ທີ່​ສຸດ​ຢູ່​ໃນ​ທົ່ວ​ປະ​ເທດ. ຂ່າວ​ແຈ້ງວ່າ: ຈຳ​ນວນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານໃນ​ໄລ​ຍະ​ບຸນ​ກຸດ​ຈີນປີ​ນີ້​ຈະ​ມີ​ເຖິງ 2,99 ​ຕື້ເທື່ອ​ຄົນ, ຍອດ​ຈຳ​ນວນ​ຜູ້​ໂດຍ​ສານ​ຈະ​ເພີ່ມ​ຂຶ້ນເລັກ​ໜ້ອຍ​ເມື່ອ​ທຽບ​ໃສ່​ປີ 2018.

ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນຂອງ​ປີ​ນີ້​ຈະ​ເລີ່ມ​ຕົ້ນ​ໃນ​ວັນ​ທີ 21 ມັງ​ກອນ​ນີ້​ແລະ​ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 1 ມີ​ນາ​ປີ​ນີ້,ລວມ​ມີ 40 ວັນ. ຕອນ​ບ່າຍ​ວັນ​ທີ 7 ມັງ​ກອນ​ນີ້, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ແລະ​ພາກ​ສ່ວນ​ອື່ນໆ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ທາງໂທ​ລະ​ສັບ​ແລະ​ວິ​ດີ​ໂອ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​​ປີ 2019,ຕາມ​ການ​ຄາດ​ຄະ​ເນ​,ປີ 2019, ຈຳ​ນວນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂອງ​ທົ່ວ​ປະ​ເທດ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ຈະ​ມີ​ເຖິງ 2,99 ​ຕື້ເທື່ອ​ຄົນ, ເພີ່ມ​ຂຶ້ນ 0,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018. ໃນ​ນັ້ນ, ຈຳ​ນວນການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ລົດ​​ໄຟ​ຈະ​ບັນ​ລຸ 413 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 8,3%, ການ​ບິນ​ພົນ​ລະ​ເຮືອນຈະ​ມີ​ເຖິງ 73 ລ້ານ​ເທື່ອ​ຄົນ,ເພີ່ມ​ຂຶ້ນ 12%,ສ່ວນ​ທາງ​ນ້ຳ​ແລະ​ທາງ​ຫຼວງ​ຈະຮັກ​ສາ​ຢູ່​ໃນລະ​ດັບເທົ່າ​ທຽມ​ກັບ​ປີ 2018.