ຮອງ​ປະ​ທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວົ​ສ

2019-01-08 17:33:18 |ມາຈາກ: CRI

ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອ​ງ​ທ່ານ​ຢູ​ລິ ມໍ​ເຣີ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ສວິ​ສ​ແລະ​ທ່ານ​ຄຼາວສ໌ ສະ​ວັບ, ຜູ້​​ກໍ່​ຕັ້ງ​ທັງ​ເປັນປະທານ​ບໍ​ລິ​ຫານ​ງານ​ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​, ທ່ານ​ຫວາງ​ຊີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ສວິ​ສ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 24 ມັງ​ກອນ​ນີ້, ແລະ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ 2019 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ດາ​ວົ​ສ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຈີນ​ຈະ​ສົ່ງ​ສັນ​ຍານ​ຫຍັງ​ແດ່​ໃຫ້​ປະ​ຊາ​ຄົມ​ໂລກ​ໂດຍ​ຜ່ານກອງ​ປະ​ຊຸມ​ຄັ້ງ​ນີ້?

ທ່ານ​ລູ້​ຄ່າງ​ກ່າວ​ວ່າ: “ເຖິງວ່າ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ມີ​ຄວາມ​ບໍ່​ແນ່ນອນ​ແລະ​ຄວາມ​ບໍ່​ໝັ້ນ​ທ່ຽງ​ຈຳ​ນວນ​ໜຶ່ງ​ກໍ​ຕາມ, ແຕ່​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຄວາມ​​ໜັກ​ແໜ້ນ​ພຽງ​ພໍ​ແລະ​​ມີກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ, ​ທ່ວງ​ທ່າ​​​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ໄລ​ຍະ​ຍາວ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງເຕັມ​ທີ່​ຕໍ່​ສະ​ພາບ​​ພື້ນ​ຖານ​ເສດ​ຖະ​ກິດ​ຈີນທີ່​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ຍາວ, ພວກ​ເຮົາ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຮັກ​ສາ​ອັດ​ຕາ​ການ​ເຕີບ​ໂຕ​ໃນ​ລະ​ດັບ​ກາງ​ສູງ​ໃນ​ຂະ​ນະ​ດຽວ​ກັນ​​ກໍ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ການ​ພັດ​ທະ​ນາ​ໃນ​ລະ​ດັບ​ກາງ​ສູງ. ທ່ານ​ຫວາງ​ຊີ​ຊ່ານ​ຈະ​ກ່າວ​ຄຳ​ປາ​ໄສ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​ຄື​ຄວາມ​ເຫັນ​ແລະ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນທີ່​ສຳ​ຄັນ​ເຊັ່ນ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ອື່ນໆ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້. ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ຝ່າຍ​ຮ່ວມ​ກັບ​ຈີນ, ​ບົນ​ຈິດໃຈ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື, ຮ່ວມ​​ກັນ​ກໍ່​ສ້າງແລະ​​ຮ່ວມ​ກັນຊົມ​ໃຊ້, ​​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ແລະ​ຄວາມ​ກ້າວ​ໜ້າຮ່ວມ​ກັນ​ຂອງມວນ​ມະ​ນຸດ”