ສູນກະຈາຍການຄົ້ນຄວ້າການເຮັດສວນໄມ້ປະດັບແຫ່ງຊາດຂຶ້ນປ້າຍສາຂາທີ່ປະເທດມຽນມາ

2019-01-09 12:01:01 |ມາຈາກ: Yunnan Gateway

ໃນວັນທີ 7 ເດືອນມັງກອນ,ສູນກະຈາຍການຄົ້ນຄວ້າການເຮັດສວນໄມ້ປະດັບແຫ່ງຊາດສາຂາມຽນມາໄດ້ຂຶ້ນປ້າຍທີ່ສໍານັກງານໃຫຍ່ຂອງບໍລິສັດດອກໄມ້ຕ່ຽນຫວາງ(ມຽນມາ)ຄຸນໝິງຈຳກັດທີ່ນະຄອນຫຼວງຢາງກຸ້ງ.

ສູນກະຈາຍການຄົ້ນຄວ້າການເຮັດສວນໄມ້ປະດັບແຫ່ງຊາດທີ່ອ່ວຍໜ້າສູ່ອາຊີໃຕ້ແລະອາຊີອາຄະເນໄດ້ຮັບການສະໜັບສະໜູນຈາກພະແນກເຕັກນິກວິທະຍາສາດແຂວງຢຸນນານໃນເດືອນ ມິຖຸນາ ປີ 2018,ໂດຍມີສະຖາບັນຄົ້ນຄວ້າກະສິກຳແລະວິທະຍາສາດແຂວງຢຸນນານເປັນຜູ້ຮັບຜິດຊອບການກໍ່ສ້າງ.ສູນດັ່ງກ່າວໄດ້ຮ່ວມມືກັນກັບອົງການຄົ້ນຄວ້າພັດທະນາແລະຜະລິດຕະພັນດອກໄມ້ຂອງປະເທດອາຊີໃຕ້ແລະອາຊີອາຄະເນກໍຄື:ມຽນມາ ລາວ ກຳປູເຈຍ ຫວຽດນາມແລະອື່ນໆ,ຮ່ວມປະຕິບັດການຄົ້ນຄວ້າພັດທະນາແລະການກໍ່ສ້າງຖານທີ່ເໝາະສົມສະເພາະໃນດ້ານດອກໄມ້ຊະນິດໃໝ່ ດ້ານການຄົ້ນຄວ້າເຕັກນິກໃໝ່ແລະດ້ານການຂະຫຍາຍຕົວແບບແລະດ້ານອື່ນໆ,ດຳເນີນການແລກປ່ຽນແລະການຝຶກອົບຮົມເຊິ່ງກັນແລະກັນ ເພື່ອຊຸກຍູ້ການຂະຫຍາຍແລະການນຳໃຊ້ຂອງດອກໄມ້ຊະນິດໃໝ່ ເຕັກນິກໃໝ່ໃຫ້ກວ້າງຂວາງພາຍໃນປະເທດອາຊີໃຕ້ແລະອາຊີອາຄະເນ.