ພິທີມອບລາງວັນວິທະຍາສາດເຕັກນິກແຫ່ງຊາດຈີນໄດ້ຈັດຂຶ້ນໃນວັນທີ 8 ມັງກອນນີ້ຢູ່ນະຄອນຫຼວງປັກກິ່ງ ເຊິ່ງໃນປີ 2018, ໄດ້ຄັດເລືອກລາງວັນດັ່ງກ່າວ 278 ລາຍການ ແລະ ນັກວິຊາການ-ນັກວິທະຍາສາດ 7 ທ່ານ ໃນນີ້, ທ່ານຫຼິວຢົງຖານ ສະມາຊິກສະຖາບັນວິທະຍາສາດແຫ່ງຊາດ, ສະມາຊິກສະຖາບັນວິສະວະກຳແຫ່ງຊາດ ປັດຈຸບັນເຮັດວຽກຢູ່ມະຫາວິທະຍາໄລອຸດສາຫະກຳຮາບິນ ແລະ ທ່ານສຽນຊີ່ຫູ ສະມາຊິກສະຖາບັນວິສະວະກຳແຫ່ງຊາດ ປັດຈຸບັນເຮັດວຽກຢູ່ມະຫາວິທະຍາໄລວິສະວະກຳກອງທັບບົກ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຮັບລາງວັນວິທະຍາສາດເຕັກນິກລະດັບສູງສຸດ; ນອກນີ້, ຍັງໄດ້ເປີດເຜີຍລາງວັນວິທະຍາສາດທຳມະຊາດແຫ່ງຊາດ, ລາງວັນປະດິດສ້າງເຕັກນິກແຫ່ງຊາດ, ລາງວັນຄວາມກ້າວໜ້າທາງວິທະຍາສາດເຕັກນິກແຫ່ງຊາດ, ລາງວັນການຮ່ວມມືວິທະຍາສາດເຕັກນິກສາກົນສາທາລະນະລັດປະຊາຊົນຈີນ ແລະລາງວັນອື່ນໆ.
ທ່ານເສີນຈື້ໝິນ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຫ້ອງການວຽກງານໃຫ້ລາງວັນວິທະຍາສາດເຕັກນິກແຫ່ງຊາດ ກ່າວວ່າ: ໃນບັນດາລາງວັນວິທະຍາສາດເຕັກນິກແຫ່ງຊາດປີ 2018, ການປະດິດສ້າງເຕັກນິກໃນຂະແໜງການທີ່ກ່ຽວຂ້ອງໄດ້ມີການບຸກທະລຸຢ່າງບໍ່ຢຸດຢັ້ງ, ເປັນການສະໜັບສະໜູນຢ່າງແຂງແຮງຕໍ່ການພັດທະນາເສດຖະກິດ ແລະ ໝາກຜົນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນແລະການສ້າງສິ່ງແວດລ້ອມຊີວະພາບນັ້ນ ເຊິ່ງໄດ້ປາກົດຕົວຂຶ້ນຕາມໆກັນ.
ນອກນີ້, ໃນການຄັດເລືອກລາງວັນວິທະຍາສາດເຕັກນິກແຫ່ງຊາດປີ 2018, ມີວິສາຫະກິດນັບມື້ນັບຫຼາຍໄດ້ຮັບລາງວັນດັ່ງກ່າວ ໂດຍໃນລາງວັນປະເພດລາຍການປະຍຸກໃຊ້ທົ່ວໄປຂອງລາງວັນຄວາມກ້າວໜ້າທາງວິທະຍາສາດເຕັກນິກແຫ່ງຊາດມີທັງໝົດ 134 ລາຍການນັ້ນ, ມີ ຈຳນວນ 1/3 ລາຍການໄດ້ເຮັດສຳເລັດພາຍໃຕ້ການນຳພາຂອງວິສາຫະກິດ ຈຶ່ງເຫັນໄດ້ວ່າ, ວິສາຫະກິດມີຖານະເປັນໃຈກາງແລະມີບົດບາດເປັນຜູ້ນຳພາດ້ານການປະດິດສ້າງເຕັກນິກໄດ້ພົ້ນເດັ່ນຂຶ້ນຢ່າງຈະແຈ້ງ.