ໃນປັດຈຸບັນ ຫ້ອງສອບເສັງທີ່ບໍ່ມີອາຈານຄວບຄຸມຂອງມະຫາວິທະຍາໄລເຕັກນິກວິທະຍາສາດຄຸນໝິງໄດ້ຕ້ອນຮັບການມາເຖິງຂອງການສອບເສັງຄັ້ງທຳອິດ ນັກສອບເສັງທັງໝົດ 50 ຄົນເປັນນັກສຶກສາຂອງວິຊາຄົມມະນາຄົມຂົນສົ່ງຄະນະຄົມມະນາຄົມຂົນສົ່ງສົກປີ 2017.
ເມື່ອເລີ່ມການສອບເສັງ,ອາຈານຄວບຄຸມສອບເສັງໄດ້ກ່າວເຖິງກົດລະບຽບຂອງຫ້ອງສອບເສັງ ແຈກຢາຍໃບສອບເສັງແລະເອກະສານອື່ນໆຕາມກຳນົດແລ້ວກໍອອກຈາກຫ້ອງສອບເສັງນັ້ນ.ໃນລະຫວ່າງການສອບເສັງ ອາຈານຈະເຂົ້າມາຫ້ອງສອບເສັງໃນແຕ່ລະເຄິ່ງຊົ່ວໂມງເພື່ອແກ້ໄຂບັນຫາຂອງນັກສຶກສາທີ່ໄດ້ພົບພໍ້.ກ່ອນການສອບເສັງຈະສິ້ນສຸດ5 ນາທີ, ອາຈານຈະເຂົ້າໄປຫ້ອງສອບເສັງເພື່ອເກັບໃບສອບເສັງ ນັກສຶກສາກໍອອກຈາກຫ້ອງສອບເສັງເປັນລຳດັບ,ການສອບເສັງທີ່ບໍ່ມີອາຈານຄວບຄຸມຄັ້ງທຳອິດຂອງມະຫາວິທະຍາໄລເຕັກນິກວິທະຍາສາດຄຸນໝິງກໍໄດ້ສິ້ນສຸດຢ່າງລຸລ່ວງແລ້ວ.