ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​ລະຫວ່າງ​ຈີນ​ແລະອາ​ເມຣິກາ

2019-01-10 16:35:46 |ມາຈາກ: CRI

ວັນ​ທີ 7 ມັງກອນ​ນີ້, ທ່ານ​ຊຸ່ຍທ່ຽນ​ໄຂ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມຣິກາ ​ໄດ້​ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ​ອາຫານ​ຄ່ຳ​​ທີ່​ຈັດ​ຂຶ້ນ​ໂດຍ​ສະມາຄົມ​ການ​ຄ້າຈີນ​ຢູ່​ອາ​ເມຣິກາໃນ​ໂອກາດ​ປີ​ໃໝ່​ສາກົນ​ໝູນວຽນ​ມາ​ເຖິງ​ ວ່າ: ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອາ​ເມຣິກາ, ສ້າງສາ​ຍພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ໝັ້ນທ່ຽງ​ແລະ​ພັດທະນາ​ຢ່າງ​ໜັກ​ແໜ້ນ, ການ​ຮ່ວມ​ມືແມ່ນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​ລະຫວ່າງ​ຈີນ​ແລະອາ​ເມຣິກາ.

ທ່ານ​ຊຸ່ຍທ່ຽນ​ໄຂ ກ່າວ​ວ່າ: ປະຫວັດສາດ​ໄດ້​ຢັ້ງຢືນ​ຢ່າງ​ເຕັມ​ສ່ວນ​ແລ້ວ​ວ່າ ຈີນ​ດຳ​ເນີນ​ການປະຕິ​ຮູບ​ແລະ​ເປີດ​ປະ​ຕູ່​ສູ່​ພາຍ​ນອກ ​ແລະ ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ກັບ​ຄືນ​ສູ່​ສະພາບ​ຄວາມ​ເປັນ​ປົກກະຕິ​ແລະ​ພັດທະນາ​ຢ່າງ​ປອດ​ໃສ ​ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ກໍ​ຄື​ທົ່ວ​ໂລກ. ຈີນ, ອາ​ເມຣິກາ ​ແລະ ​ໂລກ ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ຕະຫຼອດ​ໄລຍະ 40 ປີຜ່ານມາ, ນີ້​ເປັນ​ການຢືນຢັນ​ແລ້ວ​ວ່າ ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ຕ້ອງ​ກ້າວ​​ໄປ​ຕາມ​ຍຸກ​ສະ​ໄໝ. ຈີນ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ອາ​ເມຣິກາ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ພັດທະນາ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໂດຍ​ຖື​ເອົາ​ການ​ປະສານ​ງານ​, ການ​ຮ່ວມ​ມື ​ແລະ ຄວາມ​ໝັ້ນທ່ຽງ​ເປັນ​ທິດ​ທາງ​ພື້ນຖານ.

ທ່ານ​ຊຸ່ຍທ່ຽນ​ໄຂ ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ໄ​ລຍະ​ສຳຄັນ ຄື: ຈີນ​ດຳ​ເນີນ​ການ​ປະຕິຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຄົບຮອບ 40 ປີ ​ແລະ ຈີນ-ອາ​ເມຣິກາ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ​ນີ້ ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ຂອງ​ຈີນ​ແລະ​ອາ​ເມຣິກາ​ໃນ​ການວາງ​ແຜນພັດທະນາ​ໃນ​ອະນາຄົດ​ເພື່ອ​ກ້າວ​ໄປ​ສູ່​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ. ຂະນະ​ທີ່​ບຸກຄົນ​ໃນ​ວົງ​ການ​ອຸດສາຫະກຳການ​ຄ້າຂອງ​ຈີນ​ແລະ​ອາ​ເມຣິກາ​ຄວນ​ເລັງ​ໃສ່​ສະພາບ​ການ​ລວມ, ຮັກສາ​ການ​ເປີດ​ກວ້າງ ​ແລະ ຮູ້ຈຳ​ແນ​ກສິ່ງ​ທີ່​ຖືກ​ສິ່ງ​ທີ່​ຜິດ​​ໄດ້​ເປັນ​ຢ່າງ​ດີ, ຄວນ​ກ້າ “ປະຕິ​ເສດ” ຕໍ່​ຜູ້​ຄົນຈຳນວນ​ໜຶ່ງທີ່​ມີ​ຈຸດ​ຢືນ​ທຳລາຍ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ໂລກ, ​ແບ່ງ​ແຍກ​ຕະຫຼາດ​ໂລກ, ​ຫວັງຕັດ​ການ​ພົວພັນເສດຖະກິດ​ຈີນ-ອາ​ເມຣິກາອອກ​ຈາກ​ກັນ ​ໂດຍ​ໂຄສະນາຊວນ​ເຊື່ອ​ເພື່ອ​ເປັນ​ປໍ​ລະ​ປັກ​ກັນ​ແບບ​ເຈົ້າ​ໄດ້​ຂ້ອຍ​ເສຍ ​ເພື່ອ​ຫວັງ​ໃຫ້​ສົງຄາມ​ເຢັນ​ຄັ້ງ​ໃໝ່​​ເກີດ​ຂຶ້ນ.