ວັນທີ 8 ມັງກອນນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ກິມເຈິງອຸນ ປະທານຄະນະກຳມະການສູນກາງພັກແຮງງານ ທັງເປັນປະທານຄະນະກຳມະການແຫ່ງລັດ ສປປ ເກົາຫຼີທີ່ເດີນທາງມາເຖິງນະຄອນຫຼວງປັກກິ່ງເພື່ອຢ້ຽມຢາມຈີນໃນມື້ດຽວກັນ. ໃນທ່າມກາງບັນຍາກາດທີ່ສະໜິດສະໜົມແລະມິດຕະພາບ, ຜູ້ນຳສອງປະເທດໄດ້ແລກປ່ຽນຄວາມຄິດເຫັນແລະໄດ້ບັນລຸຄວາມເຫັນເປັນເອກະພາບກັນອັນສຳຄັນກ່ຽວກັບສາຍພົວພັນຈີນ-ສປປເກົາຫຼີແລະບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍເຫັນດີເປັນເອກະພາບກັນວ່າ, ຍິນດີສຸມທຸກຄວາມພະຍາຍາມຮ່ວມກັນຊຸກຍູ້ສາຍພົວພັນຈີນ-ສປປເກົາຫຼີໃຫ້ໄດ້ຮັບການພັດທະນາໃໝ່ໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ສືບຕໍ່ຊຸກຍູ້ຂະບວນການແກ້ໄຂບັນຫາແຫຼມເກົາຫຼີດ້ວຍວິທີທາງການເມືອງ ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງພາກພື້ນກໍຄືຂອງໂລກ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ໃນປີ 2018 ຜ່ານມາ, ພາຍໃຕ້ຄວາມພະຍາຍາມຮ່ວມກັນ, ສາຍພົວພັນຈີນ-ສປປເກົາຫຼີ ໄດ້ຂຽນໜ້າໃໝ່ໃນປະຫວັດສາດ. ສອງຝ່າຍໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນແຂງແຮງຂອງມິດຕະພາບຈີນ-ສປປເກົາຫຼີດ້ວຍການກະທຳຕົວຈິງ, ທັງໄດ້ສ່ອງແສງໃຫ້ເຫັນເຖິງມານະຈິດອັນເດັດດ່ຽວຂອງສອງປະເທດໃນການຮ່ວມກັນສຸມໃສ່ຊຸກຍູ້ຂະບວນການແກ້ໄຂບັນຫາແຫຼມເກົາຫຼີດ້ວຍວິທີທາງການເມືອງ. ປີນີ້ແມ່ນຈີນ-ສປປເກົາຫຼີສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 70 ປີ, ເຊິ່ງມີຄວາມໝາຍສຳຄັນໃນການສືບຕໍ່ອັນທີ່ມີຢູ່ແລ້ວແລະສົ່ງເສີມອັນໃໝ່ໃນການພັດທະນາສາຍພົວພັນຈີນ-ສປປເກົາຫຼີ. ຂ້າພະເຈົ້າຍິນດີຮ່ວມກັບສະຫາຍປະທານ, ຮ່ວມກັນນຳພາການພັດທະນາສາຍພົວພັນສອງປະເທດໃຫ້ດີໃນອະນາຄົດ. ການນຳຂັ້ນສູງສອງຝ່າຍຄວນຮັກສາການໄປມາຫາສູ່ກັນ, ເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ລົງເລິກການແລກປ່ຽນແລະການຮ່ວມມືບົນຈິດໃຈມິດຕະພາບ, ຊຸກຍູ້ສາຍພົວພັນຈີນ-ສປປເກົາຫຼີໃຫ້ພັດທະນາຢ່າງປອດໄສແລະໜັກແໜ້ນໃນໄລຍະຍາວນານ.
ກ່ຽວກັບສະຖານະການແຫຼມເກົາຫຼີ, ທ່ານ ສີຈິ້ນຜິງ ໄດ້ຕີລາຄາສູງຕໍ່ສປປເກົາຫຼີທີ່ໄດ້ນຳໃຊ້ມາດຕະການທີ່ດີເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບຂອງແຫຼມເກົາຫຼີ ແລະຊຸກຍູ້ການປອດນິວເຄລຍຂອງແຫຼມເກົາຫຼີ, ໂດຍກ່າວວ່າ, ປີຜ່ານມາ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງຈີນ, ສປປເກົາຫຼີ ແລະຝ່າຍທີ່ກ່ຽວຂ້ອງ, ໃນຂະບວນການແກ້ໄຂບັນຫາແຫຼມເກົາຫຼີດ້ວຍວິທີທາງການເມືອງ ໄດ້ຮັບຄວາມຄືບໜ້າອັນໃຫຍ່ຫຼວງ. ຈີນສະໜັບສະໜູນສປປເກົາຫຼີທີ່ສືບຕໍ່ຍຶດໝັ້ນທິດທາງປອດນິວເຄລຍຢູ່ແຫຼມເກົາຫຼີ, ສະໜັບສະໜູນສອງຝ່າຍເໜືອໃຕ້ສືບຕໍ່ປັບປຸງສາຍພົວພັນໃຫ້ດີຂຶ້ນ, ສະໜັບສະໜູນສປປເກົາຫຼີແລະອາເມຣິກາຈັດການພົບປະລະຫວ່າງຜູ້ນຳແລະໄດ້ຮັບໝາກຜົນ, ສະໜັບສະໜູນຝ່າຍທີ່ກ່ຽວຂ້ອງແກ້ໄຂບັນຫາທີ່ຕົນໃຫ້ຄວາມສົນໃຈຢ່າງສົມເຫດສົມຜົນໂດຍຜ່ານການເຈລະຈາ.
ທ່ານ ກິມເຈິງອຸນ ກ່າວວ່າ: ໃນໄລຍະບໍ່ຮອດໜຶ່ງປີທີ່ຜ່ານມາ, ຂ້າພະເຈົ້າໄດ້ຢ້ຽມຢາມຈີນ 4 ຄັ້ງ ໂດຍໄດ້ມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຜົນງານການພັດທະນາເສດຖະກິດສັງຄົມຂອງຈີນແລະໂສມໜ້າໃໝ່ໃນການສູ້ຊົນຜ່ານຜ່າຂອງປະຊາຊົນຈີນ. ສປປເກົາຫຼີເຫັນວ່າ, ບົດຮຽນການພັດທະນາຂອງຈີນແມ່ນລ້ຳຄ່າທີ່ສຸດ, ທ່ານມີຄວາມຫວັງວ່າຈະມາຢ້ຽມຢາມຈີນຫຼາຍໆຄັ້ງເພື່ອທັດສະນະສຶກສາແລະຖອດຖອນບົດຮຽນຕົວຈິງຢູ່ຈີນ. ເຊື່ອວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຈີນໂດຍແມ່ນສະຫາຍເລຂາທິການໃຫຍ່ເປັນແກນກາງ, ປະຊາຊົນຈີນຍ່ອມຈະໄດ້ສ້າງຜົນງານໃໝ່ອັນຍິ່ງໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງບົນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ບັນລຸເປົ້າໝາຍສູ້ຊົນ “100 ປີສອງເຫດການ” ແລະຄວາມໄຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຢ່າງມີໄຊ. ພັກແຮງງານເກົາຫຼີຈະນຳພາປະຊາຊົນສປປເກົາຫຼີສືບຕໍ່ອອກແຮງຈັດຕັ້ງປະຕິບັດແນວທາງຍຸດທະສາດໃໝ່, ແລະສ້າງສະພາບແວດລ້ອມພາຍນອກທີ່ດີເພື່ອເລື່ອງນີ້.