ວັນທີ 12 ມັງກອນນີ້, ທ່ານມຽວເວີຍ ລັດຖະມົນຕີວ່າການກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນກ່າວວ່າ, ປີ 2018, ຕະຫຼາດລົດຂອງຈີນໄດ້ມີການຫຼຸດລົງຍ້ອນປັດໄຈຫຼາຍດ້ານ, ແຕ່ວ່າອະນາຄົດການພັດທະນາອັນດີງາມບໍ່ໄດ້ປ່ຽນແປງ, ການພັດທະນາອຸດສາຫະກຳລົດທີ່ໃຊ້ພະລັງງານໃໝ່ຂອງຈີນຍັງຮັກສາທ່ວງທ່າທີ່ດີ.
ໃນເວທີເປິກສາຫາລືລົດໄຟຟ້າຈີນທີ່ຈັດຂຶ້ນໃນວັນທີ 12 ມັງກອນນີ້, ທ່ານມຽວເວີຍເປີດເຜີຍວ່າ, ຂະໜາດຂອງອຸດສາຫະກຳລົດທີ່ໃຊ້ພະລັງງານໃໝ່ຂອງຈີນໄດ້ເປີດກວ້າງອອກຢ່າງຕໍ່ເນື່ອງ. ປີ2018, ຈຳນວນຜະລິດແລະຂາຍຂອງລົດທີ່ໃຊ້ພະລັງງານໃໝ່ຂອງຈີນຕ່າງກໍໄດ້ບັນລຸເຖິງ 127 ໝື່ນຄັນ ແລະ125,6 ໝື່ນຄັນ, ເພີ່ມຂຶ້ນ 59,9% ແລະ 61,7% ເມື່ອທຽບໃສ່ປີ 2017. ນອກນີ້, ລະດັດເຕັກນິກກໍ່ຍົກສູງຂຶ້ນຢ່າງໜັກແໜ້ນ, ສະພາບແວດລ້ອມນັບມື້ນັບປັບປຸງດີຂຶ້ນ, ການສ້າງສາເຄືອຂ່າຍສາກໄຟຟ້າກໍໄດ້ຮັບການຂະຫຍາຍໄປໜ້າຢ່າງໝັ້ນທ່ຽງ.
ທ່ານມຽວເວີຍກ່າວຕື່ມວ່າ, ໃນໄລຍະຂ້າງໜ້າຈະຊຸກຍູ້ອຸດສາຫະກຳລົດທີ່ໃຊ້ພະລັງງານໃໝ່ໃຫ້ພັດທະນາຢ່າງມີຄຸນນະພາບສູງ, ເລັ່ງລັດການເປີດປະຕູສູ່ພາຍນອກຂອງຂົງເຂດການຜະລິດລົດທີ່ໃຊ້ພະລັງງານໃໝ່, ຊຸກຍູ້ການຮ່ວມມືດ້ານອຸດສາຫະກຳຂະຫຍາຍໄປສູ່ການຄົ້ນຄວ້າພັດທະນາຮ່ວມແລະອົບຮົມບົ່ມເພາະຍີ່ຫໍ້ທີ່ມີຊື່ສຽງ. ຕັ້ງໜ້າເຂົ້າຮ່ວມການວາງມາດຕະຖານສາກົນ, ຍົກສູງສິດປະກອບຄຳເຫັນແລະອິດທິພົນຕໍ່ມາດຕະຖານສາກົນ. ຊີ້ນຳແລະສະໜັບສະໜູນວິສາຫະກິດທີ່ມີທ່າແຮງດຳເນີນການພັດທະນາຢູ່ຕ່າງປະເທດ, ເຊື່ອມໂຍງເຂົ້າສູ່ລະບົບການສະໜອງຂອງທົ່ວໂລກຢ່າງເລິກເຊິ່ງແລະກວ້າງຂວາງກວ່າເກົ່າ, ຮ່ວມກັນສະແຫວງຫາການພັດທະນາອຸດສາຫະກຳລົດທີ່ໃຊ້ພະລັງງານໃໝ່ຢ່າງມີຄຸນນະພາບສູງແລະແບບຍຶນຍົງ.