ສູນບໍລິການວິຊາ 2 ແຫ່ງທີ່ໄດ້ຮັບການອະນຸຍາດຈາກສະຖານກົງສຸນໃຫຍ່ນະຄອນຄຸນໝິງໄດ້ເປີດຂຶ້ນທີ່ເມືອງມາງຊື້ແລະເມືອງໂຣຍລີ້ຂອງກິ່ງແຂວງປົກຄອງຕົນເອງເຜົ່າໄທ້ລື້ເຜົ່າຈິງພໍເຕີຫົງແຂວງຢຸນນານໃນວັນທີ 12 ນີ້ ເຊິ່ງຈະອຳນວຍການບໍລິການທີ່ສະດວກໃຫ້ແກ່ປະຊາຊົນຈີນທີ່ຈະເດີນທາງໄປປະເທດມຽນມາ ແລະ ຊຸກຍູ້ການແລກປ່ຽນດ້ານວັດທະນະທຳເສດຖະກິດລະຫວ່າງຈີນແລະມຽນມາ.
ປະເທດຈີນແລະປະເທດມຽນມາເປັນປະເທດເພື່ອນບ້ານທີ່ມີສາຍນໍ້າແລະສາຍພູທີ່ຕິດຈອດກັນ ແລະເມືອງເຕີຫົງແຂວງຢຸນນານເປັນຖານແລະປ່ອງຢ້ຽມທີ່ສຳຄັນໃນການແລກປ່ຽນມິດຕະພາບລະຫວ່າງຈີນແລະມຽນມາ.
ສູນບໍລິການວິຊາປະເທດມຽນມາຂອງເມືອງມາງຊື້ແລະເມືອງໂຣຍລີ້ 2 ແຫ່ງດັ່ງກ່າວ ນອກຈາກອຳນວຍການອອກວິຊາແຕ່ລະປະເພດໃຫ້ແກ່ນັກທ່ອງທ່ຽວທີ່ໄປປະເທດມຽນມາແລ້ວ ຍັງສາມາດອຳນວຍການບໍລິການດ້ານການປຶກສາຂໍ້ມູນການທ່ອງທ່ຽວການຄ້າ ການຈັດສັນການທັດສະນະສຶກສາຂອງກິດຈະກຳເສດຖະກິດການຄ້າ ການຈອງໂຮງແຮມແລະປີ້ຍົນເປັນຕົ້ນ.