ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດພິທີຖະແຫຼງຂ່າວໃນວັນທີ 14 ມັງກອນນີ້ ໂດຍທ່ານອູຢ້ຽນຫົວ ຮອງຫົວໜ້າອົງການການບິນອະວະກາດແຫ່ງຊາດຈີນ ກ່າວວ່າ: ມາຮອດວັນທີ 11 ມັງກອນນີ້, ການສົ່ງຍານອະວະກາດ “ສາງເອີ 4” ຂອງໂຄງການສຳຫຼວດດວງຈັນຂອງຈີນໄດ້ປະສົບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍແລ້ວ ໂດຍໄດ້ບັນລຸເປົ້າໝາຍການເຮັດໃຫ້ຍານອະວະກາດລົງຈອດພື້ນຜິວດວງຈັນຢູ່ເບື້ອງທີ່ເບິ່ງຈາກໂລກບໍ່ເຫັນໄດ້ຢ່າງປອດໄພດີ ທັງເຮັດໜ້າທີ່ສຳຫຼວດ ເຊິ່ງເປັນຜົນສຳເລັດຄັ້ງທຳອິດໃນປະຫວັດສາດຂອງມວນມະນຸດ ແລະ ບັນລຸການສື່ສານກັນລະຫວ່າງໂລກກັບດວງຈັນໃນເບື້ອງທີ່ເບິ່ງຈາກໂລກບໍ່ເຫັນເປັນຄັ້ງທຳອິດເຊັ່ນດຽວກັນ.
ທ່ານອູເຫວີຍເຣີ໋ນ ນັກອອກແບບໃຫຍ່ໂຄງການສຳຫຼວດດວງຈັນຂອງຈີນ ກ່າວວ່າ: ຫຼັງຈາກ “ສາງເອີ 4” ເລີ່ມປະຕິບັດໜ້າທີ່ການສຳຫຼວດທາງວິທະຍາສາດແລ້ວ ກໍຈະດຳເນີນການສຳຫຼວດວິທະຍາສາດ 3 ປະເພດໃຫຍ່ຢ່າງຕໍ່ເນື່ອງຢູ່ດວງຈັນເບື້ອງດັ່ງກ່າວທີ່ມີປະຫວັດສາດເກົ່າແກ່ ຄື: ໜຶ່ງ, ສຳຫຼວດພູມສັນຖານບໍລິເວນເຂດລົງຈອດ; ສອງ, ຕົ້ນຕໍແມ່ນສຳຫຼວດສິ່ງແວດລ້ອມທາງອະວະກາດອ້ອມຂ້າງດວງຈັນ ລວມທັງກຳມັນຕະພາບລັງສີຈັກກະວານ, ການແຜ່ລັງສີແລະການລຸກເຈີດຈ້າ ຫຼື ໂຊລາແຟຼຂອງດວງອາທິດ ມີຜົນສະທ້ອນຕໍ່ອະວະກາດອ້ອມຂ້າງດວງຈັນເປັນຄືແນວໃດ ແລະ ສາມ, ຕົ້ນຕໍແມ່ນຄົ້ນຄວ້າພາກສ່ວນປະກອບຂອງວັດຖຸດວງຈັນ. ຂະນະທີ່ໃນຍານ “ສາງເອີ 4” ໄດ້ບັນທຸກເຄື່ອງວັດແທກທາງວິທະຍາສາດຫຼາຍເຄື່ອງ ແລະ ຈະກວດເບິ່ງວ່າສ່ວນປະກອບຂອງວັດຖຸຢູ່ດວງຈັນເບື້ອງທີ່ເບິ່ງຈາກໂລກບໍ່ເຫັນນັ້ນແມ່ນສິ່ງໃດຫຼາຍແທ້.
ທ່ານອູຢ້ຽນຫົວ ຮອງຫົວໜ້າອົງການການບິນອະວະກາດແຫ່ງຊາດຈີນ ຍັງເປີດເຜີຍວ່າ: ໂດຍຖືເອົາການໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍຂອງການສົ່ງຍານ “ສາງເອີ 4” ເປັນຂີດໝາຍ, ໄລຍະ 4 ຂອງໂຄງການສຳຫຼວດດວງຈັນ ແລະ ໂຄງການສຳຫຼວດອະວະກາດຊັ້ນນອກຂອງຈີນໄດ້ເລີ່ມເປີດສາກຢ່າງຮອບດ້ານ. ການສົ່ງຍານ “ສາງເອີ 5” ຂຶ້ນສູ່ດວງຈັນແລະເກັບເອົາຕົວຢ່າງເທິງດວງຈັນກັບຄືນສູ່ໂລກຈະເລີ່ມປະຕິບັດຢູ່ລະຫວ່າງທ້າຍປີນີ້ ນອກນີ້, ຈີນຍັງຈະດຳເນີນການສົ່ງຍານສຳຫຼວດດາວອັງຄານເປັນຄັ້ງທຳອິດຢູ່ລະຫວ່າງປີ 2020. ປັດຈຸບັນ, ອົງການການບິນອະວະກາດແຫ່ງຊາດພວມຈັດຕັ້ງຜູ້ຊ່ຽວຊານນັກວິຊາການພາຍໃນປະເທດເພື່ອວິເຄາະແລະປະເມີນແຜນການໃນພາຍຫຼັງ ແລະ ໄດ້ຜົນອັນຈະແຈ້ງໂດຍພື້ນຖານວ່າຍັງຈະດຳເນີນການສຳຫຼວດດວງຈັນອີກ 3 ຄັ້ງ.
ທ່ານອູຢ້ຽນຫົວ ຍັງກ່າວຕື່ມວ່າ: ໃນການສຳຫຼວດດວງຈັນ ແລະ ດາວອັງຄານ, ອົງການການບິນອະວະກາດແຫ່ງຊາດຈີນຍິນດີຕ້ອນຮັບປະເທດຕ່າງໆເຂົ້າຮ່ວມໂຄງການສຳຫຼວດດວງຈັນໃນໄລຍະຫຼັງ ແລະ ໂຄງການສຳຫຼວດອະວະກາດຊັ້ນນອກ ເຊັ່ນ: ດາວອັງຄານເປັນຕົ້ນຂອງຈີນ ແລະ ຈີນກໍຍິນດີຕ້ອນຮັບທຶນແລະຊັບພະຍາກອນທາງສັງຄົມເຂົ້າຮ່ວມການພັດທະນາແລະປະຍຸກໃຊ້ໃນການສຳຫຼວດອະວະກາດ.