ມູນຄ່າການຄ້າຕ່າງປະເທດແຂວງຢຸນນານໃນປີ 2018 ໄດ້ເພີ່ມຂຶ້ນ 24,7%

2019-01-16 15:55:23 |ມາຈາກ: Yunnan Gateway

ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີນະຄອນຄຸນໝິງໃນວັນທີ 15 ເດືອນມັງກອນວ່າ,ຍອດມູນຄ່າຂອງການຄ້າຕ່າງປະເທດໃນປີ 2018 ຂອງແຂວງຢຸນນານແມ່ນ 197,3 ຕື້ຢວນ ເຊິ່ງໄດ້ເພີ່ມທະວີຂຶ້ນ 24,7% ເມື່ອທຽບກັບປີ 2017,ໃນນັ້ນຍອດມູນຄ່າຂອງສິນຄ້າຂາອອກແມ່ນ 84,77 ຕື້ຢວນ ໄດ້ເພີ່ມທະວີຂື້ນ 9,4%;ຍອດມູນຄ່າຂອງການນຳເຂົ້າແມ່ນ 112,53 ຕື້ຢວນ ໄດ້ເພີ່ມທະວີຂື້ນ 39,3%.