ຈີນ​ຮັບ​ຮອງ​ຄຸນ​ວຸດ​ທິ AEO ດ່ານ​ພາ​ສີ​ກັບ 36 ປະ​ເທດ​ແລະ​ເຂດ​ແຄວ້ນ

2019-01-16 17:15:47 |ມາຈາກ: CRI

ວັນ​ທີ 15 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ອົງ​ການ​​ພາ​ສີ​ຈີນ​ແຈ້ງວ່າ, ຈີນ​ໄດ້​ບັນ​ລຸ​ການ​ຮັບ​ຮອງ​ຄຸນ​ວຸດ​ທິ AEO ດ່ານ​ພາ​ສີ​ກັບ 36 ປະ​ເທດ​ແລະ​ເຂດ​ແຄວ້ນ ເຊິ່ງ​ມູນ​ຄ່າການ​ສົ່ງ​ອອກ​ສູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຫຼົ່າ​ນີ້​​ກວມ​ 45% ຂອງຍອດ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ຈີນ.

ລະ​ບຽບ​ການ AEO ແມ່ນ​ອົງ​ການ​​ພາ​ສີ​ໂລກ​ເປັນ​ຜູ້​ຈັດ​ຕັ້ງ​ຂຶ້ນ ແລະ ສົ່ງ​ເສີມ ເຊິ່ງ​ມີ​ຈຸດ​ປະ​ສົງ​​ຮັບ​ຮອງ​ຄຸນ​ວຸດ​ທິ​ຕໍ່​ວິ​ສາ​ຫະ​ກິດ​ທີ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ເປັນ​ຢ່າງ​ດີ, ມີ​ສະ​ພາບ​ສິນ​ເຊື່ອ​ທີ່​ດີ ແລະ ມີ​ລະ​ດັບ​ຄວາມ​ປອດ​ໄພ​ສູງ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໃນ​ການ​ແຈ້ງ​ດ່ານ. ອົງ​ການ​ພາ​ສີ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ສາ​ມາດ​ຜ່ານ​ຈາກ​ການ​ຮັບ​ຮອງ​ຄຸນ​ວຸດ​ທິ AEO ເຊິ່ງ​ກັນ​ແລະ​ກັນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ທີ່​ມີ​ຄຸນ​ວຸດ​ທິ​ຂອງ​ກັນ​ແລະ​ກັນ. ຂ່າວ​ແຈ້ງວ່າ, ​ອັດ​ຕາ​ການ​ກວດ​ກາ​ສິນ​ຄ້າ​ຕໍ່​ການ​ສົ່ງ​ອອກ​ສູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄຸນ​ວຸດ​ທິ​ດັ່ງ​ກ່າວ​​ສາ​ມາດຫຼຸດ​ລົງ 60% ຫາ 80% ແລະ ທັງຫຼຸດ​ເວ​ລາ ແລະ ຕົ້ນ​ທຶນ​ໃນ​ການ​ແຈ້ງ​ດ່ານ​ໃຫ້​ລົງ 50% ຂຶ້ນ​ໄປ.