
ວັນທີ 21 ເດືອນມັງກອນເປັນວັນທຳອິດຂອງການໂດຍສານກັບບ້ານ ໃນຍາມບຸນກຸດຈີນ ສະຖານີລົດໄຟໂຈ່ຫຼີນຂອງເສັ້ນທາງລົດໄຟແຂວງຢຸນນານຫາເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຂອງກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາຄຸນໝິງໄດ້ຕ້ອນຮັບການມາເຖິງຂອງຄູ່ຮັກໃໝ່ຄູ່ໜຶ່ງ, ເຈົ້າບ່າວ ເຫີແສວສຽງ ທີ່ມາຈາກເມືອງຕ້າຫຼີແຂວງຢຸນນານເຊິ່ງມາກັບບັນດາເພື່ອນມິດແລະພີ່ນ້ອງ, ໄດ້ນັ່ງລົດໄຟຄວາມໄວສູງໄປຮັບເອົາເຈົ້າສາວ.

ເຮືອນຂອງເຈົ້າບ່າວ ເຫີແສວສຽງ ຕັ້ງຢູ່ເມືອງຢົງຜີງກິ່ງແຂວງຕ້າຫຼີແຂວງຢຸນນານ ແລະ ເຈົ້າສາວ ຈ່າງໂຣ້ຍລີ້ ເປັນຄົນເມືອງກວາງນານກິ່ງແຂວງເຫວີນຊານແຂວງຢຸນນານ ສະຖານທີ່ສອງແຫ່ງນີ້ມີໄລຍະຫ່າງກັນເກືອບເຖິງ 700 ກິໂລແມັດ,ຖ້າວ່າຈະໄປຮັບເຈົ້າສາວດ້ວຍການຂັບລົດຈະຕ້ອງຂັບລົດ 10 ກວ່າຊົ່ວໂມງ.ພາຍຫຼັງການປັບປຸງການໂດຍສານໃນຍາມບຸນກຸດຈີນ , ສະຖານີລົດໄຟໂຈ່ຫຼີນມີລົດໄຟຄວາມໄວສູງຫາເມືອງຕ້າຫຼີໂດຍກົງ ,ມີ2 ຖ້ຽວຕໍ່ມື້ ເຊິ່ງໃຊ້ເວລາພຽງແຕ່ 4 ຊົ່ວໂມງແລະ 25 ນາທີ ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ເຈົ້າບ່າວໄປຮັບເຈົ້າສາວ.

ເຈົ້າບ່າວ ເຫີແສວສຽງ ໄດ້ກ່າວວ່າ ລົດໄຟຄວາມໄວສູງມີເອກະລັກທີ່ວ່ອງໄວ ສະດວກແລະປອດໄພ, “ຮັບເມຍເຖິງເຮືອນຢ່າງສະດວກປອດໄພ ດີຫຼາຍ!”