ຜູ້ເຖົ້າ 100 ປີໄດ້ສະເຫຼີມສະຫຼອງວັນເກີດຢ່າງດີໃຈຊົມຊຸນພາກັນມາສົ່ງຄວາມເອົາໃຈໃສ່ແລະອວຍພອນກັນ

2019-01-23 16:14:40 |ມາຈາກ: Yunnan Gateway

ໃນວັນທີ 22 ມັງກອນ ຕຶກອາຄານເບີ 40 ທີ່ເສັ້ນທາງຮູ້ກໍຊົມຊຸນນານຜິງເຈ່ຖະໜົນຮູ້ກໍຂອງເຂດເມືອງອູຮວານະຄອນຄຸນໝິງຖືກປະດັບແຕ່ງດ້ວຍໂຄມແຂວນແລະໂບອັນສວຍງາມ ໃນວັນດຽວກັນເປັນວັນເກີດຂອງຍ່າ ເວີນກຸ້ຍເອີ ເພິ່ນໄດ້ 100 ປີແລ້ວ ເຊິ່ງຄະນະກຳມະການແມ່ຍິງຂອງຊົມຊຸນໄດ້ຈັດແຈງງານລ້ຽງວັນເກີດ 100 ປີໃຫ້ແກ່ຍ່າໂດຍສະເພາະ ຍັງໄດ້ເຊີນເຊື້ອພວກຜູ້ແກ່ພາຍໃນຊົມຊຸນ 10 ກວ່າຄົນທີ່ບໍ່ດຳລົງກັບລູກມາເຂົ້າຮ່ວມນຳກັນ ບັນຍາກາດຂອງການລ້ຽງແມ່ນຟົດຟື້ນຫຼາຍ.