ການປ່ຽນແປງອັນສວຍງາມຂອງບ້ານເຜົ່າຢີ ຈືຊີ

2019-01-23 16:18:18 |ມາຈາກ: Yunnan Gateway

ນາງ ຈ່າງຈື້ຮວາ ທີ່ມີອາຍຸ 31 ປີນັ້ນເປັນຊາວບ້ານຂອງບ້ານບ້ານເຜົ່າຢີ ຈືຊີ ຕາແສງຈືຊີນະຄອນສູ້ສົງແຂວງຢຸນນານ ລາວໄດ້ເຮັດທຸລະກິດດ້ານການທ່ອງທ່ຽວຊົນນະບົດພາຍໃນເຮືອນຂອງຕົນ ເມື່ອໃນລະດູການທ່ອງທ່ຽວທີ່ຟົດຟື້ນ ລາວຈະຫຍຸ້ງວຽກຈາກຕອນເຊົ້າຫາຕອນແລງ.

ບ້ານເຜົ່າຢີຈືຊີເປັນບ້ານໜຶ່ງທີ່ເຄີຍຍົກຍ້າຍສອງເທື່ອແລ້ວພາຍໃນ 20 ປີ,ເຮືອນດຳລົງໃນແຕ່ກ່ອນແມ່ນເກົ່າແກ່ ຊາວບ້ານແມ່ນດຳລົງກັບສັດ.ເມື່ອຮອດລະດູຝົນ ຝົນຮົ່ວຮ້າຍແຮງຫຼາຍ ເຄື່ອງລະບາຍແລະນໍ້າໂສໂຄກແມ່ນໄຫລເຖິງແຕ່ລະບ່ອນ ສິ່ງແວດລ້ອມຂອງການດຳລົງຊີວິດແມ່ນທຸກຍາກຫຼາຍ.

ເພື່ອປັບປຸງໂສມໜ້າອັນເບື້ອນ ຊະຊາຍແລະທຸກຍາກຂອງບ້ານ ເລີ່ມແຕ່ໃນປີ 2013 ບ້ານເຜົ່າຢີຈືຊີເລີ່ມປະຕິບັດການກໍ່ສ້າງບ້ານໃໝ່ທີ່ສວຍງາມຢ່າງຮອບດ້ານ. “ເລີ່ມຈາກໃນຂັ້ນຕົ້ນຂອງການກໍ່ສ້າງຈຶ່ງກໍໄດ້ກໍ່ສ້າງຕາມມາດຖານຊົນນະບົດໃໝ່ກ່ຽວກັບວັດທະນະທຳການທ່ອງທ່ຽວ ສາຍນໍ້າແລະສາຍຮອບໄຟຟ້າ ການປະດັບແຕ່ງສີຂຽວ ການບຳບັດນໍ້າໂສໂຄກແລະດ້ານອື່ນໆທັງໄດ້ລົງເຂົ້າໃນການວາງແຜນການ.”ເຈົ້າຕາແສງ ຫຼີວຢິ້ງຜີງ ໄດ້ເວົ້າວ່າ.

ໃນປັດຈຸບັນ ສິ່ງແວດລ້ອມຂອງບ້ານເຜົ່າຢີຈືຊີ ແມ່ນດີຫຼາຍ:ເສັ້ນທາງສະອາດກວ້າງຂວາງ ບໍ່ວ່າພາຍໃນບ້ານຫຼືບ້ານພາຍນອກ ທັງສະອາດແລະຮຽບຮ້ອຍ ຜັກກິນແລະຕົ້ນໄມ້ທີ່ຕໍ່ໜ້າເຮືອນແລະແຄມຫົນທາງແມ່ນດົກໜາຫຼາຍ,ແລະການທ່ອງທ່ຽວຊົນນະບົດຂອງບ້ານເຜົ່າຢີຈືຊີທີ່ມີບັນຍາກາດວັດທະນະທຳຂອງຊົນເຜົ່າອັນໜາແໜ້ນແລະທິວທັດທຳມະຊາດທົ່ງນາທີ່ສວຍງາມນັ້ນໄດ້ພັດທະນາອັນຮຸ່ງເຮືອງເຫຼືອເຫຼື້ອມ.