ຈີນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ໄປ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ​ໃຫ້ຫຼາຍກວ່າ​ເກົ່າ

2019-01-23 16:41:26 |ມາຈາກ: CRI

ຢູ່​ທີ່ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ກຳ​ປູ​ເຈຍ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 22 ມັງ​ກອນ​ນີ້, ທ່ານ​ຫວາງ​ໂຊ້ວ​ເຫວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ປັດ​ຈຸ​ບັນ, ຈີນ​ເປັນ​ຕະຫຼາດ​ໃຫຍ່​ອັນ​ດັບ 5 ສຳ​ລັບ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ກຳ​ປູ​ເຈຍ, ປີ 2018 ຜ່ານ​ມາ, ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ກຳ​ປູ​ເຈຍ​ໄດ້​ກວມຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ຂອງ​ຈີນ​ໃນ​ປີ​ດຽວ​ກັນ​ເກືອບ 0,5%, ກຳ​ປູ​ເຈຍ​ມີ​ທ່າ​ແຮງ​ບົ່ມ​ຊ້​ອນ​ອັນ​ມະ​ຫາ​ສານ​ໃນ​ການ​ເພີ່ມ​ການ​ສົ່ງ​ອອກ​ສິນ​ຄ້າ​​ສູ່​ຈີນ. ຈີນ​ຫວັງ​ວ່າ ວິ​ສາ​ຫະ​ກິດ​ທັງ​ສອງ​ປະ​ເທດ​​ຈະນຳ​ໃຊ້​ໂອ​ກາດ​ທີ່​ດີ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ ກໍ​ຄື​ສັນ​ຍາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP ທີ່​ກຳ​ລັງ​ໄດ້​ຮັບ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ນັ້ນ ແລະ​ນະ​ໂຍ​ບາຍ​ການ​ຄ້າ​ທີ່​ໃຫ້​ບູ​ລິ​ມະ​ສິດອື່ນໆ ເພື່ອ​ຊຸກ​ຍູ້​​​ໃຫ້ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ, ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ທ່າ​ແຮງ​ຂອງ​ກຳ​ປູ​ເຈຍ​ເຊັ່ນ: ກ້ວຍ​ງ້າວ,ໝາກ​ມ່ວງ​ແລະ​ອື່ນໆ​ສົ່ງໄປ​ຂາຍ​ຈີນ.

ທ່ານ​ຫວາງ​ໂຊ້ວ​ເຫວີນ​ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ​ຈີນ​ອອກ​ແຮງ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ໄປ​ລົງ​ທຶນ​ຢູ່​ກຳ​ປູ​ເຈ​ຍ, ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ.

ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຢືນ​ຢັນ​ວ່າ: ຈີນ​ເປັນ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ກຳ​ປູ​ເຈຍຫຼາຍກວ່າ​ໝູ່​ໃນ​ປັດ​ຈຸ​ບັນ, ປີ 2018 ຜ່ານ​ມາ, ຈີນ​ໄດ້​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ​ສູງ​ເຖິງ 3,6 ຕື້​ໂດ​ລາ​ສະ​ຫະ​ລັດ, ກວມຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ ຫຼາຍກວ່າເຄິ່ງ​ໜຶ່ງ. ກຳ​ປູ​ເຈຍ​ຍິນ​ດີ​ຕ້ອນ​ຮັບ​ນັກ​ລົງ​ທຶນ​ຈີນ​​ໂດຍ​ເລືອກ​ເອົາກຳ​ປູ​ເຈຍ​ເປັນ​ເປົ້າ​ໝາຍ​ລົງ​ທຶນ​ທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ.