ປັກ​ກິ່ງ​ກຳ​ນົດ​ໃຫ້ອິນ​ເຕີ​ເນັດ​ລະ​ບົບ 5G ປົກ​ຫຸ້ມ​ເຂດ​ສຳ​ຄັນ​ຕົ້ນ​ຕໍໃນ 3 ປີ​ຕໍ່​ໜ້າ

2019-01-25 16:54:28 |ມາຈາກ: CRI

ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​​ເຜີຍ​ແຜ່ “ແຜນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ອິນ​ເຕີ​ເນັດ​ລະ​ບົບ 5G ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ(ປີ2019-2022)” ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ດົນ​ມາ​ນີ້. ແຜນ​ການ​ດັ່ງ​ກ່າວ​ກຳ​ນົດ​ຢ່າງ​ຈະ​ແຈ້​ງວ່າ, ຮອດ​ປີ 2022, ບໍ​ລິ​ສັດ​​ໂທ​ລະ​ຄົມ​ປັກ​ກິ່ງ​ຈະ​ລົງ​ທຶນ 30 ຕື້ຢວນ​ເພື່ອ​ສ້າງ​ອິນ​ເຕີ​ເນັດ​ລະ​ບົບ 5G, ໂດຍ​ໄດ້​ກຳ​ນົດ​ການ​ປົກ​ຫຸ້ມ​ໃນ​ເຂດ​ສຳ​ຄັນ​ເຊັ່ນ: ເຂດ​ໃຈ​ກາງ​ເມືອງ​, ຮອງ​ໃຈ​ກາງ​ເມືອງ, ເຂດ​ສຳ​ຄັນ​ແລະ​ສະ​ຖານ​ທີ່​ສຳ​ຄັນ​ຂອງ​ນະ​ຄອນ​ຫຼວງປັກ​ກິ່ງ.

ຮອດ​ປີ 2022, ພາກ​ສ່ວນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ວິ​ສາ​ຫະ​ກິດ​ປັກ​ກິ່ງ​ຄວນ​ມີ​ລິ​ຂະ​ສິດ​ພື້ນ​ຖານ​ກ່ຽວ​ກັບ​ມາດ​ຕະ​ຖານ​ສາ​ກົນ 5G ​ໃຫ້ກວມ 5% ຂຶ້ນ​ໄປ; ຂະ​ແໜງ​ການ 5G ຂອງ​ປັກ​ກິ່ງ​ຈະ​ບັນ​ລຸ​​ລາຍ​ຮັບ​ປະ​ມານ 200 ຕື້ຢວນ, ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ແລະ​ຂະ​ແໜງ​ການ​ໃໝ່​ມີ​ລາຍ​ຮັບຫຼາຍກວ່າ 1000 ຕື້ຢວນ.