ຜູ້ນຳ​ຈີນ​ແລະ​ຝຣັ່ງສົ່ງ​ສານ​ຊົມ​ເຊີຍ​​ກັນ​ໂອກາດ​ສອງ​ປະ​ເທດສ້າງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ

2019-01-29 11:19:34 |ມາຈາກ: CRI

ວັນ​ທີ 27 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານແອມມາ​ນູ​ແອນ ມາຄຣົງ ປະທານາທິບໍດີ​ຝຣັ່ງ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​​ໃຫ້​ກັນ​ແລະກັນ ​ໃນ​ໂອກາດ​ທີ່ສອງ​ປະ​ເທດ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ໃນ​ສານ​ຊົມ​ເຊີຍ​ວ່າ: ຈີນ ​ແລະ ຝຣັ່ງລ້ວນ​ແຕ່​ແມ່ນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ລ້ວນ​ແຕ່​ມີໜ້າ​ທີ່​​ແລະ​ຄວາມ​ຮັບຜິດຊອບ​ເປັນ​ພິ​ເສດທາງປະຫວັດສາດ. ຂ້າພະ​ເຈົ້າຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ທ່ານ, ສົ່ງ​ເສີມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຊູ​ຄັນທຸງ​ລັດທິຫຼາຍຝ່າຍ​ຂຶ້ນໃຫ້​ສູງ, ຕັ້ງໜ້າຊຸກຍູ້​ການ​ພັດທະນາ​ແລະການ​ປະດິດ​ສ້າງ​ໃໝ່, ຍົກ​ລະດັບ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ຝຣັ່ງທີ່​ມີ​ຄວາມ​ແໜ້ນ​ແຟ້ນ​ແລະທີ່​ມີ​ມາ​ແຕ່​ດົນ​ນານ​ນັ້ນໃຫ້ສູງຂຶ້ນເລື້ອຍໆ ໂດຍຖື​ເອົາສອງປະເທດສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ​ເປັນໂອກາດທີ່ດີ ​ເພື່ອ​ປະກອບສ່ວນ​ອັນໃຫຍ່ຫຼວງກວ່າ​ເກົ່າ​​ໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການພັດທະນາຂອງ​ໂລກ.

ທ່ານ​ມາຄຣົງ ກ່າວ​ໃນ​ສານ​ຊົມ​ເຊີຍ​ວ່າ: ການ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຝຣັ່ງ-ຈີນ​ກ່ອນ​ໜ້າ​ນີ້ 55 ປີ ​ໄດ້​ເປັນ​ສັນຍະລັກ​ແຫ່ງ​ຈິດ​ໃຈ​ທີ່​ເປັນ​ເອກະລາດ​​ເປັນ​ເຈົ້າຕົນ​ເອງຂອງ​ສອງ​ປະ​ເທດ. ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນຢ່າງ​ສູງ​ຕໍ່ມິດຕະພາບ​​ແລະ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ຮ່ວມ​ມື​ກັບ​ທ່ານ​ປະທານ​ສີ​ຈິ້ນຜິງ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ພະລັງງານນິວ​ເຄຼຍ, ການບິນ​, ກະສິກຳ-ອາຫານ, ​ເສດຖະກິດ​ການ​ຄ້າ​ແລະ​ດ້ານອື່ນໆລະຫວ່າງສອງ​ປະ​ເທດ, ຮັດ​ແໜ້ນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນຫາ​ທົ່ວ​ໂລກ ​ເຊັ່ນ: ການ​ປ່ຽນ​​ແປງ​ດິນ​ຟ້າ​ອາກາດ​ເປັນຕົ້ນ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຝຣັ່ງ-ຈີນ​​ໃຫ້​ມີ​ການ​ພັດທະນາ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ປີ​ໃໝ່​ນີ້ ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.