
ວັນທີ 27 ມັງກອນນີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດຈີນ ພ້ອມດ້ວຍທ່ານນາງ ເພີ້ງລີ້ຢວນ ພັນລະຍາຂອງທ່ານ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະສິລະປະມິດຕະພາບ ສປປ ເກົາຫຼີທີ່ນຳໂດຍທ່ານ ລີຊູຢົງ ກຳມະການກົມການເມືອງສູນກາງພັກ, ຮອງປະທານສູນກາງພັກ ທັງເປັນຫົວໜ້າຄະນະສາກົນຂອງພັກແຮງງານສປປເກົາຫຼີ.
ທ່ານ ສີຈິ້ນຜິງ ແລະທ່ານນາງ ເພີງລີ້ຢວນ ໄດ້ສະແດງຄວາມຍິນດີຕ້ອນຮັບການຄະນະສິລະປະມິດຕະພາບສປປເກົາຫຼີທີ່ມາຢ້ຽມຢາມແລະສະແດງຢູ່ຈີນ. ທ່ານ ສີຈິ້ນຜິງ ກ່າວວ່າ: ການຢ້ຽມຢາມແລະສະແດງຄັ້ງນີ້ ແມ່ນກິດຈະກຳແລກປ່ຽນວັດທະນະທຳທີ່ສຳຄັນເພື່ອຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ສຳຄັນລະຫວ່າງສອງຝ່າຍ, ທັງແມ່ນກິດຈະກຳສຳຄັນເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ສປປເກົາຫຼີຄົບຮອບ 70 ປີ. ເຊື່ອວ່າ, ການຢ້ຽມຢາມແລະສະແດງຄັ້ງນີ້ ຈະໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍແລະເປັນການເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດຈີນ-ສປປເກົາຫຼີ.
ທ່ານ ລີຊູຢົງ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມແລະຄຳອວຍພອນອັນດີງາມຂອງທ່ານປະທານ ກິມເຈິງອຸນ ແລະທ່ານນາງ ລີເຊຈູມາເຖິງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ແລະທ່ານນາງ ເພີງລີ້ຢວນ, ແລະໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ສີຈິ້ນຜິງ ທີ່ໄດ້ເອົາໃຈໃສ່ແລະໃຫ້ຄວາມສຳຄັນຕໍ່ການຢ້ຽມຢາມແລະການສະແດງຂອງຄະນະສິລະປະມິດຕະພາບຄັ້ງນີ້.

ທ່ານ ສີຈິ້ນຜິງ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມແລະຄຳອວຍພອນອັນດີງາມໂດຍຜ່ານທ່ານ ລີຊູຢົງມາເຖິງທ່ານປະທານ ກິມເຈິງອຸນ ແລະທ່ານນາງ ລີເຊຈູ. ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ຂ້າພະເຈົ້າໄດ້ພົບປະກັບທ່ານປະທານ ກິມເຈິງອຸນ 4 ຄັ້ງ ໂດຍໄດ້ບັນຸລຄວາມເຫັນເປັນເອກະພາບກັນທີ່ສຳຄັນກ່ຽວກັບການຂະຫຍາຍສາຍພົວພັນລະຫວ່າງສອງພັກສອງລັດຈີນ-ສປປເກົາຫຼີໃນຍຸກໃໝ່. ປີນີ້ແມ່ນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ສປປເກົາຫຼີຄົບຮອບ 70 ປີ. ຈີນຍິນດີຮ່ວມກັບສປປເກົາຫຼີ ຈັດຕັ້ງປະຕິບັດຄວາມເຫັນເປັນເອກະພາບກັນທີ່ສຳຄັນລະຫວ່າງສອງຝ່າຍໃຫ້ດີ, ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ ແລະປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.