ໃນປີ 2018 ລວດຍອມຜະລິດຕະພັນພາຍໃນເຂດທ້ອງຖິ່ນຢຸນນານໄດ້ສຳເລັດຍອດມູນຄ່າເຖິງ 1788,1 ຕື້ຢວນ ຄວາມວ່ອງໄວຂອງການເພີ່ມຂຶ້ນຈັດຢູ່ໃນອັນດັບ 3 ພາຍໃນປະເທດ

2019-01-29 15:54:17 |ມາຈາກ: Yunnan Gateway

ກອງປະຊຸມຖະແຫຼງການສຳລັບ “ຫົວຂໍ້ການພັດທະນາສັງຄົມເສດຖະກິດ”ສະເພາະທີ່ຈັດຢູ່ໃນລະບົບກອງປະຊຸມຜູ້ແທນປະຊາຊົນແລະກອງປະຊຸມປຶກສາຫາລືການເມືອງ ຂອງແຂວງຢຸນນານປະຈຳປີ 2019 ໄດ້ຈັດຂຶ້ນໃນວັນທີ 27 ເດືອນມັງກອນທີ່ນະຄອນຄຸນໝິງ.

ໂດຍການແນະນຳໃນປີ 2018,ການພັດທະນາສັງຄົມເສດຖະກິດຂອງແຂວງຢຸນນານປະກົດມີເອກະລັກແລະຈຸດພົ້ນເດັ່ນອອກມາ.ຜ່ານການສ່ອງແສງແລະກວດກາຈາກກົມສະຖິຕິແຫ່ງຊາດແລ້ວ ໃນປີ 2018,ລວດຍອມຜະລິດຕະພັນພາຍໃນເຂດທ້ອງຖິ່ນຢຸນນານໄດ້ສຳເລັດຍອດມູນຄ່າເຖິງ 1788,1 ຕື້ຢວນ ເຊິ່ງໄດ້ເພີ່ມທະວີຂຶ້ນ 8,9%ເມື່ອປຽບທຽບກັບໃນໄລຍະດຽວກັນ ແລະຄວາມວ່ອງໄວຂອງການເພີ່ມຂຶ້ນແມ່ນໄວຂຶ້ນ 2,3%ເມື່ອທຽບກັບທົ່ວປະເທດ(6,6%)ເຊິ່ງໄດ້ຈັດຢູ່ໃນອັນດັບທີ 3 ພາຍໃນປະເທດ.

ໃນປີ 2018 ແຂວງຢຸນນານໄດ້ຊຸກຍູ້ສົ່ງເສີມການປະຕິຮູບດ້ານໂຄງລ່າງການສະໜອງຂອງຂະແໜງກະສິກຳຢ່າງລົງເລິກ,ຂະແໜງກະສິກຳອັນທັນສະໄໝທີ່ມີສີສັນພູພຽງຂອງແຂວງຢຸນນານໄດ້ຮັບການເພີ່ມທະວີທັງຈຳນວນແລະຄຸນນະພາບ, ຂະແໜງການອາຫານສີຂຽວກໍນັບມື້ນັບຂະຫຍາຍອອກຢ່າງກວ້າງຂວາງກວ່າເກົ່າ.

ໃນປີ 2018, ບາດກ້າວການເປີດປະຕູສູ່ໂລກພາຍນອກຂອງແຂວງຢຸນນານນັບມື້ນັບໄວຂຶ້ນ, ຍອດມູນຄ່າເສດຖະກິດການຄ້າສູ່ພາຍນອກຂອງທົ່ວແຂວງໄດ້ສຳເລັດເຖິງ 197,3 ຕື້ຢວນ ເຊິ່ງໄດ້ເພີ່ມທະວີຂຶ້ນ 24,7% ເມື່ອປຽບທຽບກັບໄລຍະດຽວກັນ ແລະຄວາມວ່ອງໄວຂອງການເພີ່ມຂຶ້ນມີເຖິງ 4,8%ເມື່ອປຽບທຽບກັນປີກ່ອນນີ້ ແລະໄດ້ຈັດຢູ່ໃນອັນດັບທີ 5 ຂອງທົ່ວປະເທດ.

ໃນປີ 2018, ແຂວງຢຸນນານໄດ້ລິເລີ່ມການກໍ່ສ້າງແຂວງຢຸນນານໃຫ້ກາຍເປັນແຂວງທີ່ສວຍງາມທີ່ສຸດພາຍໃນປະເທດຈີນ ໄດ້ຊຸກຍູ້ສົ່ງເສີມ “ການຕໍ່ສູ້ເພື່ອການອະນຸລັກ 3 ໃຫຍ່”ກໍຄືອະນຸລັກທ້ອງຟ້າໃຫ້ປອດໂປ່ງ,ອະນຸລັກສາຍນໍ້າໃຫ້ສົດໃສແລະອະນຸລັກທີ່ດີນໃຫ້ສະອາດ,ໄດ້ລິເລີ່ມ “ກົນລະຍຸດຂີດໝາຍ 8 ຢ່າງ”ສຳລັບການປັບປຸງອະນຸລັກໜອງນໍ້າພູພຽງ 9 ແຫ່ງແລະອື່ນໆ , ເພື່ອຄຸນນະພາບຂອງສິ່ງແວດລ້ອມທາງນິເວດໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.

ໃນປີ 2018 ການກໍ່ສ້າງໂຄງລ່າງພື້ນຖານສຳລັບ “ເຄືອຂ່າຍ 5 ຢ່າງ”(ກໍຄືເຄືອຂ່າຍດ້ານຫົນທາງ ເຄືອຂ່າຍທາງອາກາດ ເຄືອຂ່າຍດ້ານການຮັບປະກັນພະລັງງານ ເຄືອຂ່າຍອິນເຕີເນັດ ເຄືອຂ່າຍທາງນໍ້າ)ຂອງແຂວງຢຸນນານໄດ້ຊູກຍູ້ໄປສູ່ທາງໜ້າຢ່າງໝັ້ນຄົງ, ໂຄງການ“ບ່ອນໃດສ້າງທາງໄດ້ກໍສ້າງບ່ອນນັ້ນ”ໄດ້ເລັ່ງການກໍ່ສ້າງ,ໄດ້ເພີ່ມທະວີໄລຍະຂອງທາງດ່ວນໃໝ່ເປັນ 176 ກິໂລແມັດ ເຊິ່ງໄລຍະຄວາມຍາວທັງຫມົດຂອງທາງດ່ວນໄດ້ມີເຖິງ 5198 ກິໂລແມັດ,ໄດ້ເພີ່ມທະວີໄລຍະຂອງເສັ້ນທາງລົດໄຟຄວາມໄວສູງເພື່ອເປີດໃຫ້ການບໍລິການ 320 ກິໂລແມັດ ແລະໄລຍະຄວາມຍາວທັງຫມົດຂອງເສັ້ນທາງລົດໄຟຄວາມໄວສູງມີເຖິງ 1026 ກິໂລແມັດ.