ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈະ​ເປັນ​ພະ​ລັງ​ແຮງ​ໃໝ່​​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ຈີນ

2019-01-30 15:53:48 |ມາຈາກ: CRI

ວັນ​ທີ 29 ມັງ​ກອນນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ ໄດ້​ຈັດ​ກອງ​ປະ​ຊຸມເຜີຍ​ແຜ່​ຂ່າວ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ຈີນ​ໃນ​ປັດ​ຈຸ​ບັນ, ທ່ານ ຈ່າງ​ຢ້ຽນ​ເຊິ່ງ ຫົວ​ໜ້າ​ນັກ​ຄົ້ນ​ຄວ້າ​ຂອງ​ສູນ​ແລກ​ປ່ຽນ​ສາ​ກົນ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ວ່າ, ເຖິງວ່າ​ຈັງ​ຫວະ​ເຕີບ​ໂຕ​ຂອງ GDP ໄດ້​ຊັກ​ຊ້າ​ລົງ​ໜ້ອຍ​ໜຶ່ງ​ກໍ​ຕາມ, ແຕ່​ພະ​ລັງ​ແຮງ​ໃໝ່​ກຳ​ລັງ​ເຂົ້າ​​ມາແທນ​ອັນ​ເກົ່າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ, ໃນ​ນັ້ນ, ການ​ລົງ​ທຶນ​ແລະ​ການ​ພັດ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຈະ​ກາຍ​ເປັນ​ພະ​ລັງ​ແຮງ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ, ໃນ​ປີ 2018 ຜ່ານ​ມາ, ລາຍ​ຈ່າຍ​ດ້ານ​ການ​ຄົ້ນ​ຄວ້າ​ແລະ​ການ​ທົດ​ລອງ​ໃນ​ທົ່ວ​ສັງ​ຄົມ​ຈີນກວມ​​ອັດຕາ​ສ່ວນ​ GDP 2,15 ເຊິ່ງ​ໄດ້​ລື່ນ​ກາຍ 15 ປະ​ເທດ​ໃນ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ມີພຽງ 2,08.

ນອກນີ້, ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2018 ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ເຊິ່ງ​​ເປັນ​ສິ່ງ​ຄ້ຳ​ຊູ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ໃໝ່. ປີ 2018, ພະ​ນັກ​ງານ​ຄົ້ນ​ຄວ້າ​ໃນ​ທົ່ວ​ສັງ​ຄົມ ຄາດ​ວ່າ​ຈະ​ບັນ​ລຸ​ເຖິງ 4,18 ລ້ານ​ຄົນ, ເປັນ​ອັນ​ດັບ 1 ຂອງ​ໂລກ, ຈຳ​ນວນ​ການ​ຮ້ອງ​ຂໍ​ແລະ​ໄດ້​ຮັບ​ການມອບ​ສິດ​ທິ​ບັດ​ດ້ານ​ການປະ​ດິດ​ສ້າງ​ໃໝ່​ເປັນ​ອັນ​ດັບ 1 ​ຂອງ​ໂລກ; ອັດ​ຕາ​ການ​ປະ​ກອບ​ສ່ວນ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ຄາດ​ວ່າ​ຈະ​ມີ​ຫຼາຍກວ່າ 58,5%, ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ໃໝ່​ສັງ​ລວມ​ຂອງ​ຊາດ​ເປັນ​ອັນ​ດັບ​ທີ 17 ຂອງ​ໂລກ.

ຈີນ​ເຜີຍ​ແຜ່​ປຶ້ມ​ປົກ​ຟ້າ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ການ​ບິນອ​ະ​ວະ​ກາດ