ກອງ​ປ​ະ​ຊຸມ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

2019-01-31 17:15:42 |ມາຈາກ: CRI

ວັນ​ທີ 30 ມັງ​ກອນ​ນີ້, ກອງ​ປະ​ຊຸມ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ທີີ່ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຄື: ຈີນ, ອາ​ເມ​ຣິ​ກາ, ຣັດ​ເຊຍ, ອັງ​ກິດ​ແລະ​ຝ​ຣັ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ຢ່າງ​ເປັນ​ທາງ​ການ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ມື້​ດັ່ງ​ກ່າວ, ທ່ານ​ເກິງ​​ສວງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິ​ວ​ເຄຼຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ລົງ​ເລິກ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລືບັນ​ຫາ​ຮີບ​ດ່ວນ​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ທາງຍຸ​ດ​ທະ​ສາດ, ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ການສົ່ງ​ສັນ​ຍານ​​ດ້ານຕັ້ງ​ໜ້າ​ແລະ​ສຳ​ຄັນ​ຕໍ່​ພາຍນອກ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ລະ​ຫວ່າງ 5 ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ, ຮັກ​ສາ​ກົນ​ໄກ ‘​ສົນ​ທິ​ສັນ​ຍາບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ’”, 5 ປະ​ເທດ​ດັ່ງ​ກ່າວ​ຈະ​ແລກ​ປ່ຽນ​​ຄວາມ​ເຫັນກ່ຽວ​ກັບ​ນະ​ໂຍ​ບາຍ​ແລະ​ຍຸດ​ທະ​ສາດ​ນິວ​ເຄຼຍ​ຢ່າງ​ເລິກ​ເຊິ່ງ, ປຶກ​ສາ​ຫາ​ລື​ຫົວ​ຂໍ້​ການ​ຫຼຸດ​ຈຳ​ນວນ​ອາ​ວຸດ​ນິ​ວ​ເຄຼຍ, ບໍ່​ແຜ່​ຜາຍ​ອາ​ວຸດ​ນິ​ວ​ເຄຼຍ, ການ​ນຳ​ໃຊ້​ພະ​ລັງານ​ນິວ​ເຄຼຍ​ໂດຍ​ສັນ​ຕິ​ແລະ​ຫົວ​ຂໍ້​ອື່ນໆ. ນີ້​ແມ່ນ 5 ປະ​ເທ​ດ​ທີ່​ມີ​ອາ​ວຸດ​ນິວ​ເຄຼຍ​ຈັດ​ກອງ​ປະ​ຊຸມ​ທາງ​ການ​ຄັ້ງ​ທຳ​ອິດ​ໃນ​ຮອບ 2 ປີ​​ຜ່ານ​ມາ.